ມີນັກ​ສຶກ​ສາ​ນັບ​ພັນ​ຄົນ ເຂົ້າ​ຮ່ວມ ວັນ​ບຸນ​ວຽກ​ເຮັດ​ງານ​ທຳ​ສຳ​ລັບ ນັກ​ສຶກ​ສາ ຢູ່ ດ່າ​ນັ້ງ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 10 ພຶດສະພາ, ຢູ່ນະຄອນ ດ່ານັ້ງ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່ານັ້ງ ໄດ້ຈັດ ວັນບຸນ ວຽກເຮັດງານທຳສຳລັບນັກສຶກສາ ປີ 2024.

ມີນັກ​ສຶກ​ສາ​ນັບ​ພັນ​ຄົນ ເຂົ້າ​ຮ່ວມ ວັນ​ບຸນ​ວຽກ​ເຮັດ​ງານ​ທຳ​ສຳ​ລັບ ນັກ​ສຶກ​ສາ ຢູ່ ດ່າ​ນັ້ງ - ảnh 1ວັນບຸນດຶງດູດການເຂົ້າຮ່ວມຂອງນັກສຶກສາ ເປັນຈຳນວນຫຼວງຫຼາຍ (ພາບ: VOV)

ວັນບຸນຄັ້ງນີ້ ມີວິສາຫະກິດ 36 ແຫ່ງເຂົ້າຮ່ວມການຈົດທະບຽນຕອບສຳພາດໂດຍກົງເພື່ອຮັບສະໝັກພະນັກງານ 2000 ຕຳແໜ່ງງານ, ມີ 103 ວິສາຫະກິດຝາກປະກາດຮັບສະໝັກແຮງງານ ເກືອບ 8000 ຄົນ. ບັນດາຂະແໜງອາຊີບ ຮັບສະໝັກຫຼາຍທີ່ສຸດແມ່ນ ຄູສອນພາສາອັງກິດ, ພະລາກອນດຳເນີນທຸລະກິດ, ພາລະກອນບັນຊີ, ພາລະກອນຕ້ອນຮັບໂຮງແຮມ, ຄົນຍາມ.

ນັບແຕ່ຕົ້ນປີມານີ້, ສູນການບໍລິການວຽກເຮັດງານທຳ ຂຶ້ນກັບພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມນະຄອນ ດ່ານັ້ງ ກໍ່ໄດ້ຈັດວາລະພົບປະແລກປ່ຽນວຽກເຮັດງານທຳ ກ່ວາ 20 ຄັ້ງ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ ກ່ວາ 300 ແຫ່ງ ເຊິ່ງຮັບສະໝັກແຮງງານ ໄດ້ກ່າວ 11.000 ຕຳແໜ່ງ.

ຕອບກັບ