ພະຍຸລູກທີ 5 ໂນອິນ ພັດເຂົ້າພາກກາງ ຫວຽດນາມ ໃນຕອນທ່ຽງ ແລະ ຕອນບ່າຍວັນທີ 18 ກັນຍາ

Chia sẻ
(VOVWORLD) -  ຕາມສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ຫວຽດນາມ ແລ້ວ, ພະຍຸໂນອິນ ເຊິ່ງແມ່ນ ພະຍຸໃຫຍ່ກ່ວາໝູ່ໝົດນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ ຈະພັດເຂົ້າພາກກາງ ຫວຽດນາມ ນັບແຕ່ແຂວງ ກ໋ວາງບີ່ງ ລົງໄປຮອດແຂວງ ກ໋ວາງນາມ ໃນຕອນທ່ຽງ ແລະ ຕອນບ່າຍຂອງວັນທີ 18 ກັນຍາ ດ້ວຍກຳລັງແຮງລົມຢູ່ຈຸດສູນກາງພະຍຸແຮງທີ່ສຸດລະດັບ 10 – 11, ສູງສຸດແມ່ນລະດັບ 13.
ພະຍຸລູກທີ 5 ໂນອິນ ພັດເຂົ້າພາກກາງ ຫວຽດນາມ ໃນຕອນທ່ຽງ ແລະ ຕອນບ່າຍວັນທີ 18 ກັນຍາ - ảnh 1ພະຍຸລູກທີ 5 ໂນອິນ ພັດເຂົ້າພາກກາງ ຫວຽດນາມ ໃນຕອນທ່ຽງ ແລະ ຕອນບ່າຍວັນທີ 18 ກັນຍາ (ພາບ: kttv.gov.vn)

        ໃນຕອນບ່າຍວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ລົງກວດກາ, ຊີ້ນຳວຽກງານຮັບມືຕໍ່ພະຍຸໂນອິນຢູ່ແຂວງ ເທື່ອທຽນ-ເຫວ້ ແລະ ແຂວງ ກ໋ວາງຈີ້. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ສະເໜີວ່າ:

        “ສຸມໃສ່ຮັບປະກັນຄວາມປອດໄພໃຫ້ເຄຫະສະຖານຕ່າງໆ ແຕ່ກ່ອນອື່ນໝົດແມ່ນເຮືອນຢູ່ຂອງປະຊາຊົນ, ຫລັງຈາກນັ້ນແມ່ນບັນດາ ໂຮງຮຽນ, ໂຮງລ້ຽງເດັກ, ຮາກຖານສາທາລະນະສຸກ…ແລະ ທີສາມແມ່ນສຸມໃສ່ປົກປັກຮັກສາບັນດາກິດຈະການຜະລິດ, ອຸດສາຫະກຳ, ການບໍລິການ, ຮ້ານອາຫານ…ໄປພ້ອມກັນນັ້ນ ແມ່ນຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວໃນບໍລິເວນ.

ຕອບກັບ