ພັນ​ລະ​ຍານາ​ຍົກ​ລັດ​ຖະ​ມົນ ​ລາວ ແລະ ຫວຽດ​ນາມ ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ຢູ່ໝູ່​ບ້ານ​ເດັກ​ນ້ອຍ SOS ທ໊າຍ​ບິ່ງ

Chia sẻ
(VOVWORLD) - ທ່ານນາງ ວັນດາລາ ສີພັນດອນ ພັນລະຍາ ນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານນາງ ເລທິບິກເຈິນ ພັນລະຍາ ນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມາຢ້ຽມຢາມໝູ່ບ້ານຫັດຖະກຳຕ່ຳແຜ່ນແພພື້ນເມືອງ (ຕາແສງ ນາມກາວ, ເມືອງ ກຽນເຊືອງ, ແຂວງ ທ໊າຍບິ່ງ). 
ພັນ​ລະ​ຍານາ​ຍົກ​ລັດ​ຖະ​ມົນ ​ລາວ ແລະ ຫວຽດ​ນາມ ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ຢູ່ໝູ່​ບ້ານ​ເດັກ​ນ້ອຍ SOS ທ໊າຍ​ບິ່ງ - ảnh 1ສອງທ່ານນາງ ມອບຂອງຂວັນໃຫ້ແກ່ເດັກນ້ອຍຢູ່ໝູ່ບ້ານ SOS (ພາບ: TTXVN )

ຕອນບ່າຍວັນທີ 6 ມັງກອນ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາງ ວັນດາລາ ສີພັນດອນ ພັນລະຍາ ນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານນາງ ເລທິບິກເຈິນ ພັນລະຍາ ນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມາຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ເດັກນ້ອຍ ທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ໝູ່ບ້ານ ເດັກນ້ອຍ SOS ທ໊າຍບິ່ງ (ແຂວງ ທ໊າຍບິ່ງ). ນະທີ່ນີ້, ພັນລະຍາສອງທ່ານນາງ ພ້ອມກັບຄະນະຜູ້ແທນ ໄດ້ລົງຢ້ຽມຢາມ, ຊອກຫາກ່ຽວກັບການດຳລົງຊີວິດ, ຮ່ຳຮຽນ, ລະຫຼິ້ນບັນເທິງ ຢູ່ບາງຄອບຄົວຂອງໝູ່ບ້ານ ໃນຕົວຈິງ.

ແລະກໍ່ໃນວັນດຽວກັນ, ພັນລະຍາສອງທ່ານນາງ ແລະ ຄະນະຜູ້ແທນ ໄດ້ມາຢ້ຽມຢາມໝູ່ບ້ານຫັດຖະກຳຕ່ຳແຜ່ນແພພື້ນເມືອງ (ຕາແສງ ນາມກາວ, ເມືອງ ກຽນເຊືອງ, ແຂວງ ທ໊າຍບິ່ງ). ນະທີ່ນີ້, ພັນລະຍາສອງທ່ານນາງ ໄດ້ລົງຢ້ຽມຊົມໝູ່ບ້ານແຜໄໝ, ເຮືອນເກົ່າແກ່ມີອາຍຸກ່ວາ 100 ປີ, ຢ້ຽມຊົມສະຫະກອນຕ່ຳແຜ່ນແພ ນາມກາວ.

ຕອບກັບ