ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳ​ເນົາ​ເອ​ກະ​ສານ ຫວຽດ​ນາມ - ລາວ

Chia sẻ
(VOVWORLD) - ວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ກົມເອກະສານ ແລະ ການສຳເນົາແຫ່ງລັດ ຫວຽດນາມ ແລະ ກົມເອກະສານແຫ່ງຊາດ ລາວ ໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມືໃນຂົງເຂດສຳເນົາເອກະສານ ຫວຽດນາມ - ລາວ

ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳ​ເນົາ​ເອ​ກະ​ສານ ຫວຽດ​ນາມ - ລາວ - ảnh 1ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມືໃນຂົງເຂດສຳເນົາເອກະສານ ຫວຽດນາມ - ລາວ (ພາບ: VOV)

ເຂົ້າຮ່ວມ ແລະ ເປັນສັກຂີພິຍານ ພິທີເຊັນ ມີຜູ້ຕາງໜ້າກະຊວງພາຍໃນ, ການນຳກົມເອກະສານ ແລະ ການສຳເນົາແຫ່ງລັດ ຫວຽດນາມ, ການນຳກົມເອກະສານ ແຫ່ງຊາດ ລາວ ແລະ ຜູ້ຕາງໜ້າການນຳບັນດາຫົວໜ່ວຍຂຶ້ນກັບອົງການເອກະສານສອງປະເທດ. ກ່າວຄຳເຫັນທີພິທີ, ທ່ານນາງ ທອງຈັນ ແກ້ວສີຫອມ, ກົມໜ້າກົມເອກະສານແຫ່ງຊາດ ລາວ ໃຫ້ຮູ້ວ່າ ສອງກົມຈະສືບຕໍ່ເຮັດວຽກນຳກັນເພື່ອສະເໜີຕໍ່ລັດຖະບານ ຫວຽດນາມ ແລະ ລາວ ສະໜັບສະໜູນແຫຼ່ງງົບປະມານເພື່ອປະຕິບັດບັນດາແຜນການທີ່ໄດ້ວາງອອກໃນບົດບັນທຶກ.

ໃນປີ 2024, ສອງຝ່າຍຈະເພີ່ມທະວີການຮ່ວມມືໃນການບຳລຸງສ້າງ, ຝືກອົບຮົບພະນັກງານຫ້ອງການຂາເຂົ້າ - ຂາອອກ, ສຳເນົາເອກະສານ ພ້ອມທັງແບ່ງປັນຂໍ້ມູນເອກະສານ ເພື່ອຈັດຕັ້ງປະຕິບັດບັນດາການເຄື່ອນໄຫວເສີມຂະຫຍາຍຄຸນຄ່າຂອງເອກະສານທີ່ໄດ້ເກັບຮັກສາຂອງແຕ່ລະປະເທດ.

ຕອບກັບ