ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຍູ້ແຮງ ແລະ ເຮັດໃຫ້ການພົວພັນຮ່ວມມືກັບ ອາບຟຣີກາ ເລິກເຊິ່ງກ່ວາອີກ

Chia sẻ
(VOVWORLD) - ຫວຽດນາມ ຕີລາຄາສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງສະຫະພັນ ອາບຟຣີກາ (AU) ໃນຊີວິດການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ສັງຄົມຂອງທະວີບ
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຍູ້ແຮງ ແລະ ເຮັດໃຫ້ການພົວພັນຮ່ວມມືກັບ ອາບຟຣີກາ ເລິກເຊິ່ງກ່ວາອີກ - ảnh 1ທ່ານ ຫງວຽນມິງຫວູ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ແລະ ບັນດາເອກອັກຄະລັດຖະທູດ ບັນດາປະເທດ ອາບຟຣີກາ ປະຈຳ ຫວຽດນາມ
(ພາບ: Anh Thư/VOV)

ຕອນຄ່ຳວັນທີ 24 ພຶດສະພາ, ທີ່ເຮືອນຮັບແຂກຂອງລັດຖະບານ ຢູ່ຮ່າໂນ້ຍ, ສະຖານທູດບັນດາປະເທດ ອາບຟຣີກາ ປະຈຳ ຫວຽດນາມ ທີ່ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນອາບຟຣີກາ.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນມິງຫວູ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ໄດ້ຢັ້ງຢືນວ່າ: ຫວຽດນາມ ຕີລາຄາສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງສະຫະພັນ ອາບຟຣີກາ (AU) ໃນຊີວິດການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ສັງຄົມຂອງທະວີບ; ອວຍພອນໃຫ້ປະຊາຊົນ ອາບຟຣີກາ ພາຍໃຕ້ການນຳພາຂອງ AU ບັນລຸໄດ້ຫຼາຍຜົນງານພັດທະນາໃຫຍ່ຫຼວງກ່ວາອີກ.

        ສ່ວນທ່ານເອກອັກຄະລັດຖະທູດ ມາຣົກ Jamale Chouaibi, ຫົວໜ້າກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາບຟຣີກາ ປະຈຳ ຫວຽດນາມ, ເຊື່ອໝັ້ນວ່າດ້ວຍບັນດາທ່າແຮງ, ບົດຮຽນຂອງ ຫວຽດນາມ ແລະ ຄວາມຕ້ອງການ, ທ່າໄດ້ປຽບດ້ານທຳມະຊາດໃຫຍ່ຫຼວງຂອງ ອາບຟຣີກາ, ສອງຝ່າຍມີຫຼາຍຄວາມສາມາດບົ່ມຊ້ອນໃນການຮ່ວມມື, ພິເສດແມ່ນໃນຂົງເຂດດ້ານຄວາມໝັ້ນຄົງດ້ານສະບຽງອາຫານ, ການແພດ ແລະ ພະລັງງານ, ມຸ່ງໄປເຖິງເປົ້າໝາຍສ້າງໂລກວັດທະນາຖາວອນ, ສະໜິດຕິດພັນ.

ຕອບກັບ