ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ກ່າວຄຳເຫັນທີ່ພິທີ (ພາບ: VOV) |
ກິດຈະກຳດັ່ງກ່າວ ມີມູນຄ່າການລົງທຶນທັງໝົດກວ່າ 2 ລ້ານ USD. ກິດຈະກຳດັ່ງກ່າວ ເປັນອາຄານ 2 ຊັ້ນ, ແຕ່ລະຊັ້ນມີເນື້ອທີ 1.800 ຕາແມັດ, ເຊິ່ງໄດ້ປະກອບເຄື່ອງພາຫະນະທີ່ທັນສະໄໝ ແລະ ຄົບຖ້ວນ. ໃນບົດກ່າວຄຳເຫັນທີ່ພິທີດັ່ງກ່າວ, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຢັ້ງຢືນວ່າ ຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ທີ່ມອບໃຫ້ ກະຊວງປ້ອງກັນປະເທດລາວ ສືບຕໍ່ເປັນຫຼັກຖານພິສູດໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງສອງປະເທດ ລາວ - ຫວຽດນາມ ເວົ້າລວມ ແລະ ລະຫວ່າງກອງທັບສອງປະເທດ ເວົ້າສະເພາະ.
ກອງພົນທະຫານບົກເລກ 1 ແມ່ນກອງພົນຫຼັກແຫຼ່ງຂອງກອງທັບປະຊາຊົນ ລາວ, ມີໜ້າທີ່ປົກປັກຮັກສານະຄອນຫຼວງວຽງຈັນແບບເຄື່ອນທີ່, ປົກປັກຮັກສາສຳນັກງານອົງການສຳຄັນແຖວໜ້າຂອງພັກ, ລັດ ລາວ ແລະ ແມ່ນສູນບຳລຸງສ້າງການນຳ, ພະນັກງານຜູ້ບັນຊາການທີ່ດີເດັ່ນຫຼາຍທ່ານຂອງກອງທັບປະຊາຊົນລາວ.
ນັກຂ່າວ VOV ປະຈຳ ລາວ