ພັດທະນາວັດທະນະທຳສາສະໜາຢູ່ຫວຽດນາມໃຫ້ໝັ້ນຄົງ

Chia sẻ
​(vovworld) – ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ ວັດທະນະທຳ​ສາສະໜາ ກັບ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຢູ່​ຫວຽດນາມ.
ພັດທະນາວັດທະນະທຳສາສະໜາຢູ່ຫວຽດນາມໃຫ້ໝັ້ນຄົງ - ảnh 1
(ພາບປະກອບ)

​(vovworld) – ຕອນ​ເຊົ້າ​ວັນ​ທີ 13/05, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ ວັດທະນະທຳ​ສາສະໜາ ກັບ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຢູ່​ຫວຽດນາມ. ມີ​ຜູ້ຕາງໜ້າບັນດາ​​ອົງການ​ສາສະໜາ​ຫວຽດນາມ, ນັກຮຽນ​ຮູ້, ນັກ​ຄົ້ນ​ຄວ້າ​ເປັນ​ຈຳນວນ​ຫຼາຍ​​ໄດ້ເຂົ້າ​ຮ່ວ​ມກອງ​ປະຊຸມ​ສຳ​ມະ​ນາ. ທີ່​ກອງ​ປະຊຸມສຳ​ມະ​ນາ, ບັດ​ດາບົດປະກອບ​ຄວາມ​ເຫັນ​ໄດ້​ສຸມ​ໃສ່​ເຮັດ​ແຈ້ງ​ບົດບາດ​ຂອງ​ວັດ​ທະ​ນະ​ທຳ​ສາສະໜາ​ ທີ່​ມີ​ຕໍ່​ການ​ພັດທະນາ​​ໃນ​ທຸກ​ດ້ານ​ຂອງຊີວິດ​ສັງຄົມ. ​ເຊິ່ງຕາມ​ນັ້ນ​ແລ້ວ, ການ​ດຳລົງ​ຊີວິດ​ດ້ານ​ສາສະໜາ​ຢູ່​ຫວຽດນາມ ພວມ​ມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ. ທ່ານ​ຮອງ​ສາດສະດາຈານ, ປະລິຍາ​ເອກ ​ໂດ້ລານ​ຮ່ຽນ, ຮອງ​ຫົວໜ້າ​ສະ​ຖາ​ບັນ, ຮັບຜິດຊອບສະ​ຖາ​ບັນ​ຄົ້ນຄວ້າ​ສາສະໜາ, ການ​​ເຫຼື້ອມ​ໄສ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ຖື​ວ່າ.

        “​ເມື່ອ​ຕີ​ລາຄາ​ການ​ພັດທະນາ​ຂອງ​ສັງຄົມແມ່ນ​​​ເຄີຍເຕື້ອງ​ເຖິງ​ບັນດາ​ປັດ​​ໄຈ​ວິທະຍາສາດ, ​ເຕັກນິກ, ກໍ່​ເວົ້າ​ເຖິງ​ບົດ​ບາດ​ຂອງ​ວັດ​ທະນະ​ທຳ, ​​ແຕ່​ຫຼົງລື່ມບົດບາດ​ຂອງ​ສາສະໜາ. ​ແຕ່​ຄວາມ​ຈິ່ງ, ສາສະໜາ​ໄດ້​ມານະ​ພະຍາຍາມ​ປ່ຽນ​ແປງ, ປັບປຸງ​ບັນດາ​ຜົນ​ກະທົບ​ເຊິ່ງ​ເສດຖະກິດ​ກໍ່​ຂຶ້ນ. ພັກ ​ແລະ ລັດ ​ໄດ້​ມີກອບ​ກົດໝາຍ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ສາສະໜາ, ​ແຕ່​ວ່າ, ພວກ​ເຮົາ​ຕ້ອງ​ມີ​ລະບອບລະບຽບການ​ໃດ​ໜຶ່ງ, ສ້າງ​ເງື່ອນ​ໄຂ​ເພື່ອ​ເຂົ້າ​ຮ່ວມ, ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ວົງ​ຄະນະ​ຍາດ​ສັງຄົມ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ສັງຄົມ.”