ຜະລິດຕະພັນຊາຂອງ ຫວຽດນາມ ໄດ້ຮັບລາງວັນ “ຊາໂລກ”

Chia sẻ
(VOVWORLD) - ບັນດາຜະລິດຕະພັນຊາຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດານັກຊ່ຽວຊານສາກົນ.

ລາງວັນ “ການແຂ່ງຂັນສາກົນກ່ຽວກັບຊາໂລກຄັ້ງທີ 1 – AVPA Paris 2018” ໄດ້ຈັດຕັ້ງພິທີມອບຫວ່າງແລ້ວນີ້ຢູ່ປາຣີ, ປະເທດ ຝລັ່ງ.

        ຫວຽດນາມ ເຂົ້າຮ່ວມແຂ່ງຂັນດ້ວຍບັນດາຜະລິດຕະພັນຊາໄດ້ຮັບການຜະລິດຢູ່ແຂວງ ທ໊າຍງວຽນ, ໄຕໂກນຫຼີງ (ຮ່າຢາງ), ມົກເຈົາ (ເຊີນລາ). ບັນດາຜະລິດຕະພັນຊາທັງໝົດຂອງ ຫວຽດນາມ ລ້ວນແຕ່ຍາດໄດ້ລາງວັນຂອງ AVPA, ໃນນັ້ນມີຊາຂຽວ Rizoté ທ໊າຍງວຽນ ຍາດໄດ້ລາງວັນຂັນເງິນ, ຊາດຳ Carosa ໄຕໂກນຫຼີງ ຍາດໄດ້ລາງວັນຂັນທອງ.

        ບັນດາຜະລິດຕະພັນຊາຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດານັກຊ່ຽວຊານສາກົນ. ທ່ານນາງ Barbara Dufrene, ອະດີດເລຂາຄະນະກຳມະການຊາຂອງ ສະຫະພາບເອີລົບ, ປະຈຸບັນຮັບຜິດຊອບວຽກງານສື່ມວນຊົນ ແລະ ກວດກາຄຸນນະພາບຊານຳເຂົ້າເອີລົບ, ຕີລາຄາວ່າ:

        “ຂ້າພະເຈົ້າຄິດວ່າ, ຫວຽດນາມ ມີແຫຼ່ງຊາອັນໃຫຍ່ຫຼວງ ແລະ ສ່ວນໜຶ່ງໃນຈຳນວນນັ້ນແມ່ນສະຫງວນໃຫ້ແກ່ການສົ່ງອອກ. ພວກເພື່ອນມີບາງຂໍ້ລິເລີ່ມແທດຈິງ ເພື່ອໂຄສະນາຄຸນຄ່າຂອງບັນດາຜະລິດຕະພັນຊາມີຄຸນນະພາບສູງ, ມີລົດຊາດດັ້ງເດີມ, ແມ່ນບັນດາຜະລິດຕະພັນຊາຂອງທ້ອງຖິ່ນ. ພາກເໜືອ ຫວຽດນາມ ນອນໃນເຂດເຊິ່ງພວກຂ້າພະເຈົ້າເອີ້ນວ່າ ເຂດ 3 ຫຼ່ຽມຄຳ, ແມ່ນອູ່ຂອງຕົ້ນຊາ. ຢູ່ທີ່ນີ້, ມີບັນດາຜະລິດຕະພັນມີຄຸນນະພາບ, ບັນດາຜະລິດຕະພັນເລີ່ມຕົ້ນໄດ້ນຳເຂົ້າຕະຫຼາດເອີລົບ ເຊິ່ງ ພວກຂ້າພະເຈົ້າຕີລາຄາສູງທີ່ສຸດ.”

  

ຕອບກັບ