ຜະລິດຕະພັນກະເສດ ຫວຽດນາມ ແນໃສ່ເຂົ້າຕະຫລາດ ອິນເດຍ

Chia sẻ
(VOVWORLD) -ບັນດາຜະລິດຕະພັນກະເສດ, ສິນໃນນ້ຳ, ໝາກໄມ້ສົດຂອງ ຫວຽດນາມ, ພິເສດແມ່ນໝາກມັງກອນ ແລະ ປາບາຊາ ອາດຈະສົ່ງອອກໄປຍັງ ອິນເດຍ ໃນໄລຍະຈະມາເຖິງ. 
ຜະລິດຕະພັນກະເສດ ຫວຽດນາມ ແນໃສ່ເຂົ້າຕະຫລາດ ອິນເດຍ - ảnh 1 ຜະລິດຕະພັນກະເສດ ຫວຽດນາມ ແນໃສ່ເຂົ້າຕະຫລາດ ອິນເດຍ

ປັດຈຸບັນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ມີການໜູນຊ່ວຍສົ່ງເສີມ, ໂຄສະນາໃຫ້ແກ່ວິສາຫະກິດ ແລະ ຜູ້ບໍລິໂພກອຸປະໂພກ ອິນເດຍ ໄດ້ຮູ້ຈັກ ແລະ ເພີ່ມທະວີການບໍລິໂພກບັນດາຜະລິດຕະພັນກະເສດ, ສິນໃນນ້ຳຂອງ ຫວຽດນາມ. ທ່ານ Mohit Singla, ປະທານສະພາສົ່ງເສີມການຄ້າ ອິນເດຍ (TPCI) ສະເໜີແນະວ່າ ຫວຽດນາມ ຄວນເພີ່ມທະວີການໂຄສະນາ, ສ້າງເຄື່ອງໝາຍການຄ້າໃຫ້ຜະລິດຕະພັນໝາກມັງກອນໃນໄລຍະຈະມາເຖິງກ່ວາອີກ ເພື່ອໃຫ້ປະຊາຊົນ ອິນເດຍ ທຸກຊັ້ນວັນນະໄດ້ຮູ້ຈັກ ແລະ ບໍລິໂພກໝາກໄມ້ດັ່ງກ່າວ. ທຸກໆປີ, ອິນເດຍ ຈັດງານຕະຫລາດນັດໃຫຍ່ ແລະ ນ້ອຍກ່ຽວກັບຂະແໜງຜະລິດຕະພັນກະເສດ, ສະບຽງອາຫານ ປະມານ 40 – 50 ຄັ້ງ  ແລະ ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ໂຄສະນາ ແລະ ແນະນຳຜະລິດຕະພັນຂອງຕົນ.

ຕອບກັບ