ທ່ານເຈີນກັວກເວື້ອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ມອບທຶນການສຶກສາໃຫ້ນັກຮຽນຜູ້ທຸກຍາກຢູ່ແຂວງຢາລາຍ
(ພາບ: Hoai Nam/TTXVN)
|
ທ່ານ ເຈີນກັວກເວື້ອງ ເນັ້ນໜັກວ່າ ແຂວງຢາລາຍ ຄວນເອົາໃຈໃສ່ເປັນພິເສດ ເພື່ອພັດທະນາກະສິກໍາເຕັກໂນໂລຢີສູງ, ເພີ່ມອັດຕາສ່ວນອຸດສາຫະກໍາປຸງແຕ່ງສໍາເລັດຮູບ ເພື່ອເພີ່ມມູນຄ່າຜະລິດຕະພັນ ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ທາງແຂວງກໍຕ້ອງເອົາໃຈໃສ່ເຖິງເລື່ອງປົກປັກຮັກສາສິ່ງແວດລ້ອມ, ການປູກປ່າ, ຍົກສູງລະດັບການປົກຄຸມຂອງປ່າໃຫ້ຫຼາຍກວ່າອີກ; ເອົາໃຈໃສ່ແກ້ໄຂເນື້ອທີ່ດິນທໍາການຜະລິດ, ລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.
ກ່ອນໜ້ານັ້ນ, ທ່ານ ເຈີນກັວກເວື້ອງ ໄດ້ລົງຢ້ຽມຢາມເມືອງ ຈືປື ແລະ ນະຄອນ Pleiku; ມອບຂອງຂວັນຈໍານວນໜຶ່ງໃຫ້ຄອບຄົວທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄືວັນທີ 27 ກໍລະກົດ. ນອກຈາກນັ້ນ, ທ່ານ ເຈີນກັວກເວື້ອງ ກໍໄດ້ໄປຖະຫວາຍດອກໄມ້ໄຫວ້ອາໄລຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຂອງແຂວງ, ວາງພວງມາລາຢູ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ນະຄອນ Pleiku.