ຜັນຂະຫຍາຍແຜນນະໂຍບາຍ “ໜັງສືຜ່ານແດນວັກຊິນ” ດ້ວຍເນື້ອໃນຈິດໃຈຮັບປະກັນຄວາມປອດໄພ

Chia sẻ
(VOVWORLD) - ການກະກຽມບັນດາເງື່ອນໄຂ ເພື່ອກ້າວໄປເຖິງການຮັບຮອງເອົາ “ໜັງສືຜ່ານແດນວັກຊິນ” ຕ້ອງອີງໃສ່ບັນດານະໂຍບາຍລວມຂອງບັນດາປະເທດໃນໂລກ. 

ວັນທີ 19 ເມສາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຈັດກອງປະຊຸມ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ. ກອງປະຊຸມໄດ້ປຶກສາຫາລືບັນດາມາດຕະການທັງກ່ຽວກັບນະໂຍບາຍ ແລະ ລະບົບເຕັກນິກ ເພື່ອສາມາດປະຕິບັດ “ໜັງສືຜ່ານແດນວັກຊິນ” ໃນອະນາຄົດ, ປະກອບສ່ວນສ້າງເງື່ອນໄຂສະດວກເມື່ອຮັບຊາວ ຫວຽດນາມ ກັບມາຈາກຕ່າງປະເທດ.

ຜັນຂະຫຍາຍແຜນນະໂຍບາຍ “ໜັງສືຜ່ານແດນວັກຊິນ” ດ້ວຍເນື້ອໃນຈິດໃຈຮັບປະກັນຄວາມປອດໄພ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ພາບ: VGP

ບັນດາຄຳເຫັນທີ່ກອງປະຊຸມລ້ວນແຕ່ເນັ້ນໜັກວ່າ ບົນເນື້ອໃນຈິດໃຈລວມ ຕ້ອງຮັບປະກັນຄວາມປອດໄພເໜືອກ່ວາສິ່ງໃດໝົດ. ການກະກຽມບັນດາເງື່ອນໄຂ ເພື່ອກ້າວໄປເຖິງການຮັບຮອງເອົາ “ໜັງສືຜ່ານແດນວັກຊິນ” ຕ້ອງອີງໃສ່ບັນດານະໂຍບາຍລວມຂອງບັນດາປະເທດໃນໂລກ. ສຳລັບປະຊາຊົນຢູ່ພາຍໃນປະເທດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ຈະອອກລະຫັດ QR code ໃຫ້ແຕ່ລະກໍລະນີທີ່ໄດ້ສັກວັກຊິນກັນໂຄວິດ-19 ແລ້ວ ແລະ ສ້າງສຳເນົາຄຸ້ມຄອງສຸຂະພາບສ່ວນຕົວ ເພື່ອໃຊ້ໃນກໍລະນີອອກເມືອງ…ກ່ຽວກັບບັນຫານີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ:

        “ມາດຕະການຂອງ ຫວຽດນາມ ແມ່ນຄຸ້ມຄອງຜ່ານລະບົບຄຸ້ມຄອງສຳເນົາສຸຂະພາບຂອງປະຊາຊົນ, ລວມມີຂໍ້ມູນຂ່າວສານກ່ຽວກັບການສັກວັກຊິນ ແລະ ຈະເຊື່ອມຕໍ່ກັບບັນດາຖານຂໍ້ມູນກ່ຽວກັບພົນລະເມືອງ, ສ້າງເງື່ອນໄຂສະດວກທີ່ສຸດ ໃຫ້ແກ່ປະຊາຊົນໃນການສັກວັກຊິນ, ຄຸ້ມຄອງການໄປ-ມາ ໃນສະພາບໂລກລະບາດແຜ່ລະບາດໃນອະນາຄົດເປັນເອກະພາບ ແລະ ສະດວກທີ່ສຸດ.

        ຕາມທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ແລ້ວ, ທາງກະຊວງໄດ້ ແລະ ພວມເຮັດວຽກກັບບັນດາອົງການສາທາລະນະສຸກຕ່າງປະເທດ ໃນການສົມທົບກັນເພື່ອມີຄວາມພ້ອມປະຕິບັດໜັງສືຜ່ານແດນວັກຊິນ ໃນອະນາຄົດ.

ຕອບກັບ