ຜູ້ຕິດເຊື້ອ Covid-19 ຄົນທີ 204 ຂອງ ຫວຽດນາມ ເປັນເດັກຊາຍອາຍຸ 10 ປີ

Chia sẻ
(VOVWORLD) - ຕາມຂໍ້ມູນຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໄລ່ຮອດ 6 ໂມງ 00 ນາທີ, ວັນທີ 31 ມີນາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊືຶ້ອ Covid-19 ຕື່ມອີກ 1 ຄົນແມ່ນເດັກຊາຍ, ອາຍຸ 10 ປີ (ສັນຊາດ ຫວຽດນາມ, ທີ່ຢູ່ນະຄອນ ໂຮ່ຈີມິນ). ເດັກຊາຍພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ ເກິນເຢີ.

 ໄລ່ຮອດຕອນເຊົ້າວັນທີ 31 ມີນາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອ Covid-19 204 ຄົນ, ໃນນັ້ນ, ມີ 55 ຄົນປິ່ນປົວຫາຍດີ ແລະ ອອກໂຮງໝໍ. 149 ຄົນທີ່ຍັງເຫຼືອນັ້ນ ພວມໄດ້ຮັບການປິ່ນປົວຢູ່ 22 ຮາກຖານສາທາລະນະສຸກໃນທົ່ວປະເທດ.

ຕອບກັບ