ທ່ານລັດຖະມົນຕີ Airlangga Hartarto ທີ່ພິທີເລີ່ມດຳເນີນປີປະທານ G20 ຂອງ ອິນໂດເນເຊຍ (ພາບ:Bisnis) |
ກ່າວຄຳເຫັນໄຂພິທີ, ທ່ານປະທານາທິບໍດີ Joko Widodo ໄດ້ຢັ້ງຢືນວ່າ ອາຍຸການເປັນປະທານ G20 ແມ່ນກາລະໂອກາດ ເພື່ອໃຫ້ ອິນໂດເນເຊຍ ປະກອບສ່ວນ ໃຫ້ແກ່ວິວັດການຟື້ນຟູເສດຖະກິດໂລກ ຫຼາຍກ່ວາອີກ, ພ້ອມທັງຊຸກຍູ້ບັນດາປະເທດ G20 ມີການກະທຳຢ່າງແທດຈິງ ເພື່ອ ສ້າງບາດກ້າວບຸກທະລຸຂະໜາດໃຫຍ່. ທ່ານຊີ້ແຈ້ງວ່າ ອາຍຸການປະທານ G20 ຂອງ ອິນໂດເນເຊຍແມ່ນກຳລັງໜູນເພື່ອແນໃສ່ເພີ່ມທະວີການທູດດ້ານເສດຖະກິດ ຜ່ານຄວາມມານະພະຍາຍາມສ້າງ “ໂຄງປະກອບເສດຖະກິດ ແລະ ສາທາລະນະສຸກທົ່ວໂລກ ຫຼັງວິກິດການ”. ຜ່ານອາຍຸການ ປະທານ G20 ນີ້, ອິນໂດເນເຊຍ ຈະສືບຕໍ່ມານະພະຍາຍາມເພີ່ມທະວີນ້ຳໃຈສາມັກຄີຂອງ ໂລກ ໃນການແກ້ໄຂບັນຫາປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ, ຊຸກຍູ້ຄຳໝັ້ນສັນຍາຂອງບັນດາປະເທດພັດທະນາເພື່ອແນໃສ່ໜູນຊ່ວຍບັນດາປະເທດພວມພັດທະນາ.
ນັກຂ່າວ VOV ປະຈຳ ອິນໂດເນເຊຍ