ປະທານາທິບໍດີລັດເຊຍ, ອາເມລິກາ ຈະມີການເຈລະຈາ ຢູ່ ປາຣີ

Chia sẻ
(VOVWORLD) -ວັນທີ 23 ຕຸລາ, ທ່ານ Yuri Ushakov  ທີ່ປຶກສາ ປະທານາທິບໍດີລັດເຊຍ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ແລະ ຄູ່ຕໍາແໜ່ງ ອາເມລິກາ Donald Trump  ຄາດວ່າ ຈະມີການພົບປະກັນຢ່າງເປັນທາງການໃນວັນທີ 11 ພະຈິກ ຢູ່ ປາຣີ.

ຕາມ ທ່ານ Yuri Ushakov   ແລ້ວ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin   ແລະ  ທ່ານ John Bolton ທີ່ປຶກສາດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ  ບັນລຸໄດ້ຂໍ້ຕົກລົງໃນເບື້ອງຕົ້ນ ກ່ຽວກັບການຈັດຕັ້ງການພົບປະຮອບດ້ານ ແລະ ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ ລະຫວ່າງການນໍາລັດເຊຍ, ອາເມລິກາ ຢູ່ ປາຣີ, ຢູ່ນອກເຫດການສະເຫຼີມສະຫຼອງວັນຢຸດຕິສົງຄາມໂລກ ຄັ້ງທີ 01. ທ່ານ Ushakov   ກໍໃຫ້ຮູ້ວ່າ ການພົບປະຄັ້ງນີ້ ຈະມີການເຂົ້າຮ່ວມຂອງບັນດາສະມາຊິກຂອງຄະນະຜູ້ແທນ ສອງປະເທດ.

ຕອບກັບ