ປະທານາທິບໍດີ ອາເມລິກາ Joe Biden ໄປປະຕິບັດງານຢູ່ ເອີລົບ, ເຂົ້າຮ່ວມກອງປະຊຸມສຸດຍອດ NATO

ນັກຂ່າວ VOV ປະຈຳ ອາເມລິກາ
Chia sẻ
(VOVWORLD) - ທ່ານປະທານາທິບໍດີ Joe Biden ຈະມີການພົບປະກັບເຈົ້າຊີວິດ Charles III ແລະ ທ່ານນາຍົກລັດຖະມົນຕີ Rishi Sunak ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ.
ປະທານາທິບໍດີ ອາເມລິກາ Joe Biden ໄປປະຕິບັດງານຢູ່ ເອີລົບ, ເຂົ້າຮ່ວມກອງປະຊຸມສຸດຍອດ NATO - ảnh 1ທ່ານປະທານາທິບໍດີ Joe Biden
(ພາບ:TTXVN)

 ວັນທີ 2 ກໍລະກົດ, ທຳນຽບຂາວ ໄດ້ອອກແຈ້ງການໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະໄປປະຕິບັດງານຢູ່ 3 ປະເທດ ເອີລົບ, ເຊິ່ງລວມມີ: ອັງກິດ, ລິດວາ ແລະ ແຟງລັງ ແຕ່ວັນທີ 9 – 13 ກໍລະກົດ ແລະ ຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 74 ຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO).

        ຢູ່ ອັງກິດ, ທ່ານປະທານາທິບໍດີ Joe Biden ຈະມີການພົບປະກັບເຈົ້າຊີວິດ Charles III ແລະ ທ່ານນາຍົກລັດຖະມົນຕີ Rishi Sunak ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ.

        ທ່ານປະທານາທິບໍດີ Joe Biden ຈະໄປຍັງ ລິດວາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 74 ຂອງ NATO  ໃນວັນທີ 11 -12  ກໍລະກົດ.

        ປະເທດສຸດທ້າຍໃນການເດີນທາງປະຕິບັດງານຢູ່ ເອີລົບ ຂອງ ທ່ານປະທານາທິບໍດີ Joe Biden ແມ່ນປະເທດ ແຟງລັງ, ເຊິ່ງເປັນສະຖານທີ່ທ່ານຈະເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ບັນດາປະເທດ ເອີລົບ ເໜືອ ໃນວັນທີ 13 ກໍລະກົດ.

ຕອບກັບ