ປະທານາທິບໍດີ ສ ອາເມເນຍ ສິ້ນສຸດການ ຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ

Chia sẻ
ຕອນ​ຄ່ຳ​ວັນ​ທີ 8/6, ທ່ານ ປະທານາທິບໍດີ ສ ອາ​ເມ​ເນຍ Serzh Sargsyan ​ແລະ ຄະນະ​ຜູ້​ແທນ ອາ​ເມ​ເນຍ ​ໄດ້​ເດີນທາງ​ອອກ​ຈາກ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ
ປະທານາທິບໍດີ ສ ອາເມເນຍ ສິ້ນສຸດການ ຢ້ຽມຢາມ ຫວຽດນາມ  ຢ່າງຈົບງາມ - ảnh 1
ປະທານາທິບໍດີ ສ ອາເມເນຍ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ຄ່ຳ​ວັນ​ທີ 8/6, ທ່ານ ປະທານາທິບໍດີ ສ ອາ​ເມ​ເນຍ Serzh Sargsyan ​ແລະ ຄະນະ​ຜູ້​ແທນ ອາ​ເມ​ເນຍ ​ໄດ້​ເດີນທາງ​ອອກ​ຈາກ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຫວຽດນາມ, ທ່ານ ປະທານາທິບໍດີ Serzh Sargsyan ​ໄດ້​ມີ​ການ​ເຈລະຈາ ກັບ​ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang, ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong, ​ພົບ​ປະກັບ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung.

ທ່ານ ປະທານາທິບໍດີ Serzh Sargsyan ພ້ອມ​ກັບ​ການ​ນຳ​ພັກ, ລັດ​ຫວຽດນາມ ​ໄດ້​ເປັນ​ເອກະ​ພາບ​ກັນ​ບັນດາ​ທິດ​ທາງ, ມາດ​ຕະການ ​ເພື່ອ​ແນ​ໃສ່ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ, ການ​ລົງທຶນ ຄື ຄວນ​​ເຊັນ​ບັນດາ​ສັນຍາ, ສ້າງ​ພື້ນຖານ​ດ້ານ​ນິຕິ​ກຳ​ໃຫ້​ແກ່​ການ​ຮ່ວມ​ມື 2 ຝ່າຍ, ສ້າງ​ຕັ້ງ​ກົນ​ໄກ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ວິທະຍາສາດ - ​ເຕັກນິກ, ​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ ​ແລະ ສຳ​ພັດ​ໂດຍ​ກົງ ກັບ​ບັນດາ​ວິ​ສາ​ຫະກິດ, ນຳ​ການ​ພົວພັນ​ພັດທະນາ​ຢ່າງຂະຫຍັນ​ຂັນ​ເຄື່ອນ, ມີ​ປະສິດທິ​ຜົນ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ.

2 ຝ່າ​ຍ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ ກ່ຽວ​ກັບ​ໝາກຜົນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ ທ່ານ ປະທານາທິບໍດີ ສ ອາ​ເມ​ເນຍ, ​ເຊັນ​ບັນດາ​ເອກະສານ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ ​ແລະ ວິທະຍາສາດ - ​ເຕັກນິກ, ຍົກ​ເລີກ​ວີ​ຊາ​ໃຫ້​ໜັງສືຜ່ານ​ແດນທາງ​ການ​ທູດ ​ແລະ ທາງ​ລັດ​ຖະບານ, ການຮ່ວມ​ມື​ລະຫວ່າງສອງ​ກະຊວງ​ການ​ຕ່າງປະ​ເທດ.

ການ​ຢ້ຽມຢາມຂອງ ທ່ານ ປະທານາທິບໍດີ ສ ອາ​ເມ​ເນຍ Serzh Sargsyan ​ຖືກ​ດຳ​ເນີນ​ໃນ​ສະພາບ​ການ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​- ອາ​ເມ​ເນຍ ພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ກົງ​ກັບ​ໂອກາດ 2 ປະ​ເທດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ (14/7/1992 – 14/7/2012).