ປະທານາທິບໍດີ ຝລັ່ງ ສືບຕໍ່ລົງພົບປະກັບບັນດາເຈົ້າຄອງນະຄອນແລະປະຊາຊົນ

Chia sẻ
(VOVWORLD) -ພາຍຫລັງດຳເນີນການເຈລະຈາກັບປະຊາຊົນໃນທົ່ວປະເທດມາເປັນເວລາ 3 ມື້ໄດ້ປະສົບຜົນສຳເລັດ, ວັນທີ 18 ມັງກອນ, ຢູ່ ນະຄອນ Souilac ທ່ານປະທານາທິ ຝລັ່ງ Emmanuel Macron ໄດ້ມີການປຶກສາຫາລືກັບເຈົ້າຄອງນະຄອນເຂດ Occitanie ພາກໃຕ້ ຝລັ່ງ 600 ທ່ານ.

ປະທານາທິບໍດີ ຝລັ່ງ ສືບຕໍ່ລົງພົບປະກັບບັນດາເຈົ້າຄອງນະຄອນແລະປະຊາຊົນ - ảnh 1 ທ່ານປະທານາທິ ຝລັ່ງ Emmanuel Macron

ພາບ:TTXVN

ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຮັບຟັງ ແລະ ຕອບທຸກຄຳຖາມຂອງບັນດາເຈົ້າຄອງກ່ຽວກັບບັນດາບັນຫາຢູ່ທ້ອງຖິ່ນຊື່ງເຂົາເຈົ້າຄຸ້ມຄອງ. ທ່ານ Emmanuel Macron ໄດ້ຢ້ຳຄືນຄວາມຈຳເປັນ “ຕ້ອງສ້າງຄວາມເຫັນດີເຫັນພ້ອມຄືນໃຫມ່” ພ້ອມທັງເນັ້ນຫນັກວ່າ ການເຈລະຈາກັບປະຊາຊົນໃນທົ່ວປະເທດ ບໍ່ແມ່ນຢາກຕອບສະຫນອງທຸກຄວາມຮຽກຮ້ອງຕ້ອງການ. ທ່ານ Emmanuel Macron ສະແດງໃຫ້ເຫັນການກະທຳຢ່າງເດັດດ່ຽວໃນການລົບລ້າງການເກັບອາກອນຊັບສິນຂອງຜູ້ຮັ່ງມີ ແລະ ຫລຸດຜ່ອນການອຸດຫນູນດ້ານເຮືອນຢູ່.

ຕອບກັບ