ປະ​ທານ​ສະ​ພາ​ສູງ ອົດ​ສະ​ຕາ​ລີ ຢ້ຽມ​ຢາມ ​ວັນ​ມຽວ - ກ​ວັກ​ຕື​ຢາມ

Chia sẻ
(VOVWORLD) - ທ່ານນາງ Sue Lines ພ້ອມກັບຄະນະໄດ້ຮັບຟັງການແນະນຳກ່ຽວກັບປະຫວັດຄວາມເປັນມາ ແລະ ການພັດທະນາຂອງມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ, ເຊິ່ງແມ່ນສະຖານທີ່ຕິດພັນກັນມູນເຊື້ອຢາກຮ່ຳຢາກຮຽນຂອງຊົນຊາດ ຫວຽດນາມ. 
ປະ​ທານ​ສະ​ພາ​ສູງ ອົດ​ສະ​ຕາ​ລີ ຢ້ຽມ​ຢາມ ​ວັນ​ມຽວ - ກ​ວັກ​ຕື​ຢາມ - ảnh 1ທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ ຢ້ຽມຢາມ ວັນມຽວ - ກວັກຕືຢາມ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ຫວຽດນາມຢ່າງເປັນທາງການ, ຕອນບ່າຍວັນທີ 24 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ ແລະ ຄະນະຜູ້ແທນໄດ້ມາຢ້ຽມຢາມປູຊະນິຍະສະຖານ ປະຫວັດສາດພິເສດ ວັນມຽວ - ກວັກຕືຢາມ

ນະທີ່ນີ້, ທ່ານນາງ Sue Lines ພ້ອມກັບຄະນະໄດ້ຮັບຟັງການແນະນຳກ່ຽວກັບປະຫວັດຄວາມເປັນມາ ແລະ ການພັດທະນາຂອງມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ, ເຊິ່ງແມ່ນສະຖານທີ່ຕິດພັນກັນມູນເຊື້ອຢາກຮ່ຳຢາກຮຽນຂອງຊົນຊາດ ຫວຽດນາມ. ທ່ານນາງປະທານສະພາສູງ ອົດສະຕາລີ Sue Lines ພ້ອມກັບຄະນະມາຢ້ຽມຢາມບັນດາໂຄງການສະຖາປັດຕະຍາກຳເກົ່າແກ່, ຊອກຫາກ່ຽວກັບສະຖານທີ່ເກັບຮັກສາ ແລະ ເຊີດຊູຄຸນສົມບັດຢາກຮ່ຳຮຽນ ແລະ ສະແດງໃຫ້ເຫັນຄຸນຄ່າອັນພົ້ນເດັ່ນທີ່ສຸດຂອງອະລິຍະທຳ ຫວຽດນາມ.

ຕອບກັບ