ຫວຽດນາມ ແມ່ນຕະຫຼາດບຸລິມະສິດຂອງ ອາເມລິກາ ໃນຂົງເຂດທັນຍາຫານ ແລະ ກະສິກຳ

Chia sẻ
(VOVWORLD) - ຫວຽດນາມ ແມ່ນປະເທດນຳເຂົ້າທັນຍາຫານ ແລະ ຜະລິດຕະພັນກະສິກຳໃຫຍ່ຢືນອັນດັບທີ 10 ຂອງ ອາເມລິກາ. ໃນຂະນະນັ້ນ, ອາເມລິກາ ແມ່ນປະເທດນຳເຂົ້າກະສິກຳ, ທັນຍາຫານຢືນອັນດັບທີ 3 ຂອງ ຫວຽດນາມ.
ຫວຽດນາມ ແມ່ນຕະຫຼາດບຸລິມະສິດຂອງ ອາເມລິກາ ໃນຂົງເຂດທັນຍາຫານ ແລະ ກະສິກຳ - ảnh 1ທີ່ການພົບປະກັບສື່ມວນຊົນ
(ພາບ: dangcongsan.vn)

        ຫວຽດນາມ ແມ່ນຕະຫຼາດບຸລິມະສິດຂອງ ອາເມລິກາ ໃນຂົງເຂດກະສິກຳ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ, ກ່ຽວຂ້ອງເຖິງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ກະສິກຳແບບຍືນຍົງ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີຮັບຜິດຊອບການຕ່າງປະເທດກະສິກຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ອາເມລິກາ ນາງ Alexis Taylor, ທີ່ການພົບປະກັບສື່ມວນຊົນໃນຕອນບ່າຍວັນທີ 12 ກັນຍາ, ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດຄະນະຜູ້ແທນດ້ານການຄ້າຂອງ ອາເມລິກາ ມາຢ້ຽມຢາມ ຫວຽດນາມ. ຄະນະຜູ້ແທນມີກວ່າ 100 ທ່ານເປັນຜູ້ຕາງໜ້າກະຊວງກະສິກຳ, ບັນດາວິສາຫະກິດ ແລະ ສະມາຄົມບັນດາຂະແໜງຜະລິດຕະພັນກະເສດ ອາເມລິກາ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ Alexis Taylor, ແບ່ງປັນວ່າ:

        “ນີ້ແມ່ນຄະນະຜູ້ແທນການຄ້າມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນທີ່ມາ ຫວຽດນາມ. ສິ່ງດັ່ງກ່າວຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງຄວາມສົນໃຈຂອງບັນດາວິສາຫະກິດກະສິກຳ ແລະ ທັນຍາຫານຂອງ ອາເມລິກາ ສຳລັບຕະຫຼາດ ຫວຽດນາມ. ການຢ້ຽມຢາມຂອງຄະນະຜູ້ແທນກໍ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມປາດຖະໜາຂອງພວກຂ້າພະເຈົ້າໃນການຊຸກຍູ້ໂອກາດຮ່ວມມືກັບ ຫວຽດນາມ”.

        ຫວຽດນາມ ແມ່ນປະເທດນຳເຂົ້າທັນຍາຫານ ແລະ ຜະລິດຕະພັນກະສິກຳໃຫຍ່ຢືນອັນດັບທີ 10 ຂອງ ອາເມລິກາ. ໃນຂະນະນັ້ນ, ອາເມລິກາ ແມ່ນປະເທດນຳເຂົ້າກະສິກຳ, ທັນຍາຫານຢືນອັນດັບທີ 3 ຂອງ ຫວຽດນາມ.

        ກໍ່ທີ່ການພົບປະ, ທ່ານນາງ Alexis Taylor ກໍ່ສະແດງການແບ່ງເບົາກັບລັດຖະບານ  ແລະ ປະຊາຊົນ ຫວຽດນາມ ຍ້ອນບັນດາຄວາມເສຍຫາຍຈາກພາຍຸ Yagi ກໍ່ຂຶ້ນ.

ຕອບກັບ