ແກ້ໄຂພົນຮ້າຍຢ້ອນຫຼັງຈາກພາຍຸ, ສ້າງຊີວິດເປັນປົກກະຕິໃຫ້ແກ່ປະຊາຊົນໂດຍໄວ

Chia sẻ
(VOVWORLD) - ໄລ່ຮອດເວລາ 17 ໂມງຂອງວັນທີ 12 ກັນຍາ, ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 330 ຄົນ (ຜູ້ເສຍຊີວິດ 226 ຄົນ, 104 ຄົນຫາຍສາບສູນ).
ແກ້ໄຂພົນຮ້າຍຢ້ອນຫຼັງຈາກພາຍຸ, ສ້າງຊີວິດເປັນປົກກະຕິໃຫ້ແກ່ປະຊາຊົນໂດຍໄວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ຄະນະປະຕິບັດງານໄດ້ໄປແຂວງ ນາມດິ້ງ ເພື່ອກວດກາ, ກຳແໜ້ນສະພາບການຝົນຕົກ, ນ້ຳຖ້ວມ
(ພາບ: TTXVN)

        ຄວາມເສຍຫາຍທີ່ເກີດຈາກພາຍຸ Yagi ສືບຕໍ່ເພີ່ມຂຶ້ນ. ຕາມກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ) ແລ້ວ, ໄລ່ຮອດເວລາ 17 ໂມງຂອງວັນທີ 12 ກັນຍາ, ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 330 ຄົນ (ຜູ້ເສຍຊີວິດ 226 ຄົນ, 104 ຄົນຫາຍສາບສູນ). ໃນນັ້ນ, ແຂວງເສຍຫາຍຫຼາຍທີ່ສຸດກ່ຽວກັບຊີວິດອິນຊີແມ່ນແຂວງ ລາວ ກາຍ, ຜູ້ເສຍຊີວິດ 98 ຄົນ, 81 ຄົນຫາຍສາບສູນ, ຖັດຈາກນັ້ນແມ່ນ ກາວບັ່ງ ແລະ ອຽນບາຍ.

        ຕອນບ່າຍວັນທີ 12 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ແລະ ຄະນະປະຕິບັດງານໄດ້ໄປແຂວງ ນາມດິ້ງ ແລະ ນິງບິ່ງ ເພື່ອກວດກາ, ກຳແໜ້ນສະພາບການຝົນຕົກ, ນ້ຳຖ້ວມ, ດິນເຊາະເຈື່ອນ; ຢື້ຢາມຖາມຂ່າວ, ລະດົມກຳລັງໃຈປະຊາຊົນ ແລະ ຊີ້ນຳການແກ້ໄຂຄວາມເສຍຫາຍຈາກພາຍຸ. ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳການໃຫ້ບຸລິມະສິດສູງສຸດເພື່ອປົກປ້ອງຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ, ໃຫ້ບຸລິມະສິດການປ້ອງກັນ, ຕ້ານນ້ຳຖ້ວມ ແລະ ປົກປ້ອງຄັນຄູ; ແກ້ໄຂບັນດາບັນຫາພາຍຫຼັງນ້ຳຖ້ວມ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ກໍ່ໄດ້ເຮັດວຽກກັບຄະນະພັກແຂວງ ກາວບັ່ງ. ທ່ານສະເໜີໃຫ້ແຂວງລະດົມກຳລັງຢ່າງສຸດຂີດເພື່ອຊອກຫາຜູ້ຫາຍສາບສູນ, ແກ້ໄຂສະພາບບັນດາເມືອງ, ຕາແສງໃນບໍລິເວນຖືກຕັດຂາດ; ຮັບປະກັນການສະໜອງທັນຍາຫານ, ຢຸກຢາ, ນ້ຳປະປາ… ໃຫ້ແກ່ປະຊາຊົນເຂດພວມຖືກຕັດຂາດໂດຍໄວ.

ຕອບກັບ