ປະທານປະເທດ ເຈິ່ນດ້າຍກວາງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ອີຢິບ

Chia sẻ
(VOVWORLD) - ຕອນບ່າຍວັນທີ 25 ສິງຫາ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ພັນລະຍາໄດ້ໄປຮອດແຂວງ Luxor, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງປະເທດ ອີຢິບ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ອີຢິບ Abdel Fattah Al Sisi.

ການຢ້ຽມຢາມທາງລັດຖະກິດເຖິງ ອີຢິບ ຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ແມ່ນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດຂອງປະທານປະເທດ ຫວຽດນາມ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດແຕ່ປີ 1963. ການຢ້ຽມຢາມໄດ້ຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາ ເຊິ່ງ 2 ປະເທດໄດ້ລົງນາມໃນປີ 2017, ກໍ່ຄືຊຸກຍູ້ບັນດາມາດຕະການແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍໃນທຸກດ້ານກ່ວາອີກຄື: ການເມືອງ, ເສດຖະກິດ - ການຄ້າ ແລະ ການລົງທຶນ, ວັດທະນະທຳ ແລະ ການສຶກສາ…ພ້ອມທັງຢັ້ງຢືນຄວາມປາດຖະໜາຂອງ ຫວຽດນາມ ສືບຕໍ່ຊຸກຍູ້ທ່າອ່ຽງການພັດທະນາໃນການພົວພັນ 2 ຝ່າຍຕາມທິດແທດຈິງ, ມີປະສິດທິຜົນກັບ ອີຢິບ.

ຕອບກັບ