ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄທ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 17 ພະຈິກ, ຢູ່ນະຄອນຫຼວງ ບາງກອກ, ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ໄທ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານ ຊວນລິກໄພ ປະທານສະພາແຫ່ງຊາດ ໄທ.

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄທ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກພົບປະກັບທ່ານ ຊວນລິກໄພ ປະທານສະພາແຫ່ງຊາດ ໄທ 

ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ທຸກຊ່ອງທາງ, ໃນນັ້ນມີຊ່ອງທາງລັດຖະສະພາ, ສືບຕໍ່ເສີມຂະຫຍາຍບົດບາດຂອງບັນດາອົງການນິຕິບັນຍັດໃນການຊຸກຍູ້ການພົວພັນສອງຝ່າຍກໍ່ຄືການສົມທົບກັນຕິດຕາມກວດກາບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ, ແບ່ງປັນບົດຮຽນປະສົບການໃນການກໍ່ສ້າງ ແລະ ປັບປຸງລະບົບນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ເພື່ອສ້າງຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ. ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບເສີມຂະຫຍາຍບົດບາດຂອງກອງປະຊຸມສະມາຊິກລັດຖະສະພາ ຫວຽດນາມ - ໄທ ແລະ ໄທ - ຫວຽດນາມກ່ວາອີກ.

ເມື່ອແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ສະພາແຫ່ງຊາດ ໄທ ສືບຕໍ່ສະໜັບສະໜູນການຮັກສາຫຼັກໝັ້ນລວມຂອງ ອາຊຽນກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS).

ຕອບກັບ