ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ຮູ້​ສຶກປິ​ຕິ​ຊົມ​ຊື່ນ ຕໍ່​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້​ງ​ທີ 13 ຂອງ​ພັກ

Chia sẻ
(VOVWORLD) -"ບັນດາການນຳຈາກສູນກາງລົງຮອດທ້ອງຖິ່ນລ້ວນແຕ່ມີການເບິ່ງແຍງດູແລ ໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ ເພາະສະນັ້ນ, ປະຊາຊົນຍິ່ງມີຄວາມໄວ້ເນື້ອເຊື່ອໃຈກ່ວາຕໍ່ການນຳພາ, ກຳລັງແຮງໃນການຕໍ່ສູ້ໂດຍໄວຂອງ ບັນດາພະນັກງານ."
ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ຮູ້​ສຶກປິ​ຕິ​ຊົມ​ຊື່ນ ຕໍ່​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້​ງ​ທີ 13 ຂອງ​ພັກ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງກ່າວວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VGP)

ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ຮູ້ສຶກດີໃຈ ແລະ ປິຕິຊົມຊື່ນ ຂະນະທີ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ. ທ່ານ ຫງວຽນຫຶວບິ໊ງ, ອະດີດຫົວໜ້າຄະນະກວດກາຄະນະພັກແຂວງ ກ໋ວາງນິງ ເນັ້ນໜັກວ່າ:

ບັນດາການນຳຈາກສູນກາງລົງຮອດທ້ອງຖິ່ນລ້ວນແຕ່ມີການເບິ່ງແຍງດູແລ ໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ ເພາະສະນັ້ນ, ປະຊາຊົນຍິ່ງມີຄວາມໄວ້ເນື້ອເຊື່ອໃຈກ່ວາຕໍ່ການນຳພາ, ກຳລັງແຮງໃນການຕໍ່ສູ້ໂດຍໄວຂອງ ບັນດາພະນັກງານ. ຂ້າພະເຈົ້າກໍ່ຄືຫຼາຍຄົນຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ແລະ ມີຄວາມປາດຖະໜາວ່າ ພາຍຫຼັງກອງປະຊຸມໃຫຍ່ ຫວຽດນາມຈະບືນຕົວຂຶ້ນຢ່າງແຮງກ່ວາອີກ.

ໂດຍຕິດຕາມວາລະອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ, ທ່ານ ໂດກ໊ວກຮຸຍ, ປະຊາຊົນແຂວງອຽນບ໊າຍສະແດງວ່າ:

        ເມື່ອຮັບຟັງວິທະຍຸກະຈາຍສຽງຫວຽດນາມ, ຂ້າພະເຈົ້າໄດ້ຮູ້ວ່າ ກອງປະຊຸມຄັ້ງນີ້ ໄດ້ຄັດເລືອກເອົາຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ແມ່ນຜູ້ທີ່ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນ, ພິເສດແມ່ນທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມຫງວຽນຝູຈ້ອງ ສືບຕໍ່ໄດ້ຮັບການເລືອກຕັ້ງ, ນັ້ນແມ່ນສິ່ງທີ່ສະມາຊິກພັກ ແລະ ປະຊາຊົນຮູ້ສຶກປິຕິຊົມຊື່ນ ແລະ ດີໃຈ. ໃນອາຍຸການຈະມາເຖິງ, ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ, ສູນກາງພັກ ຈະນຳພາປະເທດໃຫ້ນັບມື້ນັບພັດທະນາ, ເສີມຂະຫຍາຍໄດ້ທີ່ຕັ້ງບົດບາດ, ບັນລຸໄດ້ຜົນງານຫຼາຍຢ່າງ, ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພິເສດແມ່ນໃນໄລຍະເກີດໂລກລະບາດໂຄງິດ - 19 ນີ້.     

ຕອບກັບ