ປະຊາຊົນສະໜັບສະໜູນເລື່ອງສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມ

Chia sẻ
(VOVWORLD) -  ທີ່ກອງປະຊຸມຄະນະປະຈຳລັດຖະບານ ຫວຽດນາມ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນຕອນບ່າຍວັນທີ 15 ເມສາ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຫັນດີຕົກລົງແບ່ງປະເພດບັນດາທ້ອງຖິ່ນອອກເປັນ 3 ກຸ່ມ: ກຸ່ມມີຄວາມສ່ຽງສູງ, ກຸ່ມມີຄວາມສ່ຽງ ແລະ ມີຄວາມສ່ຽງຕ່ຳ ເພື່ອໃຫ້ມີມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ເໝາະສົມ.

ປະຊາຊົນສະໜັບສະໜູນເລື່ອງສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມ - ảnh 1 ປະຊາຊົນສະໜັບສະໜູນເລື່ອງສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມ

ໃນນັ້ນ, 12 ທ້ອງຖິ່ນທີ່ມີຄວາມສ່ຽງສູງ, ລວມມີ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ແຂວງ ກ໋ວາງນິງ ຈະສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມຮອດວັດທີ 22 ເມສາ ຫຼື ວັນທີ 30 ເມສາ ໂດຍອີງໃສ່ສະພາບການຕົວຈິງຂອງໂລກລະບາດ. ຂໍ້ຕົກລົງດັ່ງກ່າວຂອງນາຍົກລັດຖະມົນຕີ ໄດ້ຮັບການສະໜັບສະໜູນຈາກປະຊາຊົນ. ນາງ ຫງວຽນຮ່ວຽນຈາງ, ຊາວນະຄອນ ຮະລອງ, ແຂວງ ກວ໋າງນິງ ຖືວ່າ:

        “ຂ້າພະເຈົ້າຄິດວ່າ ຄວນສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມແມ່ນມີຄວາມຈຳເປັນ ເພື່ອຮັກສາສຸຂະພາບໃຫ້ແກ່ຕົນເອງ ແລະ ທັງສັງຄົມ. ເຖິງວ່າເລື່ອງແຍກຫ່າງໃນສັງຄົມໄດ້ສົ່ງຜົນສະທ້ອນຫລາຍຢ່າງຕໍ່ການດຳເນີນຊີວິດ ແລະ ເສດຖະກິດຄອບຄົວກໍ່ຕາມ, ແຕ່ການປ້ອງກັນພະຍາດແມ່ນດີກ່ວາການປິ່ນປົວພະຍາດ, ພວກເຮົາຕ້ອງພ້ອມກັນພະຍາຍາມ.

ຕອບກັບ