ປະຊາຄົມໂລກອວຍພອນປາແລດສະຕິນ

Chia sẻ

ປະຊາ​ຄົມ​ໂລກ​ອວຍພອນ​ປາ​ແລດ​ສະຕິ​ນ

ປະຊາຄົມໂລກອວຍພອນປາແລດສະຕິນ - ảnh 1

ປະຊາຊົນປາແລດສະຕີນຊົມເຊີຍໄຊຊະນະ
(ພາບ: .baomoi.com)

(vovworld) - ​ປາ​ແລດ​ສະຕິ​ນ ສືບ​ຕໍ່​ໄດ້​ຮັບ​ຄຳ​ອວຍພອນ​ຈາກ​ຫຼາຍ​ປະ​ເທດ​ຢູ່​ໃນ​ໂລກ, ພາຍຫຼັງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ (ສປຊ) ​ຮັບຮອງ​ເອົາ​ມະຕິ​ຍົກ​ລະດັບ​ຂໍ້​ກຳນົດ​ໃຫ້​ປາ​ແລດ​ສະຕິ​ນ ຈາກ ”ນັກ​ສັງ​ເກດ​ການ​ຂຶ້ນ​ເປັນ​ລັດ​ສັງ​ເກດ​ການ”

ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ຢູ່​ນະຄອນຫຼວງ​ປັກ​ກິ​ງ ​ໃນ​ວັນ​ທີ 30/11, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ​ໃຫ້​ຮູ້​ວ່າ: ​ປາ​ແລດ​ສະຕິ​ນ ​ໄດ້​ມານະ​ພະຍາຍາມ​ເພື່ອ​ຍາດ​ເອົາ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳຂອງ​ຕົນ. ​ປາ​ແລດ​ສະຕິ​ນ ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຫຼວງ​ຫຼາຍ​ຈາກ​ປະຊາ​ຄົມ​ໂລກ ​ແລະ ຈີນ​ຂໍ​ຝາດ​ຄຳ​ອວຍພອນ​ເຖິງ​ ​ປາ​ແລດ​ສະຕິ​ນ ທີ່​ໄດ້​ກາຍ​ເປັນ​ລັດ​ສັງ​ເກດ​ການ​ຢູ່ ສປຊ

ວັນ​ທີ 30/11, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ງີ້ ​ໄດ້​ເວົ້າ​ວ່າ, ຫວຽດນາມ​ຊົມ​ເຊີຍ ​ປາ​ແລດ​ສະຕິ​ນ ​ເຊິ່ງ​ໄດ້​ຮັບ​ຂໍ້​ກຳນົດ​ຈາກ ສປຊ ​ເປັນ​ລັດ​ສັງ​ເກດ​ການ ບໍ່​ເປັນ​ພາຄີ, ​ແລະ ຖີວ່າ​ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ພາລະກິດ​ຕໍ່ສູ້​ອັນ​ເປັນ​ທຳ​ຂອງ​ປະຊາຊົນ ​ປາ​ແລດ​ສະຕິ​ນ​ເພື່ອບັນດາ​ສິດ​ອັນ​ເປັນ​ພື້ນຖານ​ຂອງ​ຊາດ, ​ໃນ​ນັ້ນ​ມີ​ສິດ​ສ້າງ​ຕັ້ງ​ລັດ ​ປາ​ແລດ​ສະຕິ​ນ​ເອກະລາດ, ມີ​ອະທິປະ​ໄຕ, ພ້ອມ​ກັນ​ຄົງ​ຕົວ​ໂດຍ​ສັນຕິ​ພ້ອມ​ກັບ​ລັດ ອິດສະ​ຮາ​ແອນ.

​ໃນ​ຂະນະ​ນັ້ນ, ປະຕິກິລິຍາ​ທຳ​ອິດ ພາຍຫຼັງ ສປຊ ຍົກ​ລະດັບ​ຂໍ້​ກຳນົດ​ໃຫ້ ​ປາ​ແລດ​ສະຕິ​ນ ຈາກ​ນັກ​ສັງ​ເກດ​ການ​ຂຶ້ນ​ເປັນ​ລັດ​ສັງ​ເກດ​ການ​ນັ້ນ, ວັນ​ທີ 30/11, ລັດຖະບານ ອິດສະ​ຮາ​ແອນ ​ໄດ້​ຕົກລົງ​ກໍ່ສ້າງ​ເຮືອນ 3000 ຫຼັງ​ຢູ່ Jerusalem ຕາ​ເວັນ​ອອກ ​ແລະ ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ..