ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ ຢູ່ ລາວ ສືບ​ຕໍ່​ກໍ່ສ້າງ​ປະຊາ​ຄົມໝັ້ນຄົງ​ເຂັ້ມ​ແຂງ ​ແລະ ສາມັກ​ຄີ

Chia sẻ
(VOVWORLD) -   ຕອນບ່າຍວັນທີ 28 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ໄດ້ສົມທົບກັບ ສະມາຄົມໃຫຍ່ ຊາວຫວຽດນາມ ອາໄສ ຢູ່ ລາວ ຈັດຕັ້ງກອງປະຊຸມສະຫຼຸບວຽກງານກ່ຽວກັບ ຊາວຫວຽດນາມ ອາໄສ ຢູ່ລາວ ປີ 2019 ແລະ ທິດທາງຂອງວຽກງານປີ 2020.
ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ ຢູ່ ລາວ ສືບ​ຕໍ່​ກໍ່ສ້າງ​ປະຊາ​ຄົມໝັ້ນຄົງ​ເຂັ້ມ​ແຂງ ​ແລະ ສາມັກ​ຄີ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຫງວຽນບ໊າຫຸ່ງ (ພາບ: TTXVN)

        ປີ 2019, ປະຊາຄົມຊາວຫວຽດນາມ ສືບຕໍ່ເຊື່ອມຕົວເຂົ້າກັບສັງຄົມເທື່ອລະກ້າວ. ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສ ຢູ່ລາວ ສົມທົບກັບ ອົງການຕາງໜ້າ ຈັດຕັ້ງການເຄື່ອນໄຫວສໍາຄັນຈໍານວນໜຶ່ງ ຄື ຂໍ່ານັບຮັບຕ້ອນບຸນປີໃໝ່ປະຈໍາຊາດ, ພິທີບູຊາເຈົ້າຊີວິດຫຸ່ງ...; ພ້ອມກັນນັ້ນ ເຂົ້າຮ່ວມບັນດາການເຄື່ອນໄຫວຄືງານບຸນ ແລະ ພິທີສະເຫຼີມສະຫຼອງຕ່າງໆ ໂດຍ ອໍານາດການປົກຄອງປະເທດປະຈໍາຖິ່ນຈັດຕັ້ງ.

        ປີ 2020, ວຽກງານກ່ຽບກັບຊາວຫວຽດນາມ ອາໄສ ຢູ່ລາວ ຈະສຸມໃສ່ບັນດາການເຄື່ອນໄຫວຫຼັກຄື ຈັດຕັ້ງການຕ້ອນຮັບບຸນປີໃໝ່ໃຫ້ແກ່ພໍ່ແມ່ພີ່ນ້ອງຢູ່ທ້ອງຖິ່ນ; ສະມາຄົມໃຫຍ່ຊາວຫວຽດນາມ ອາໄສ ຢູ່ ລາວ ຈະຈັດຕັ້ງ ກອງປະຊຸມໃຫຍ່ຊຸດທີ 3 ແລະ ກອງປະຊຸມໃຫຍ່ຂອງສະມາຄົມຊາວຫວຽດນາມ ອາໄສ ຢູ່ ບາງແຂວງຂອງລາວ; ເພີ່ມທະວີການສົມທົບ ລະຫວ່າງບັນດາອົງການຈັດຕັ້ງຂອງສະມາຄົມ, ຄະນະ ກັບບັນດາອົງການຕາງໜ້າຫວຽດນາມ ເພື່ອຊຸກຍູ້ການແກ້ໄຂບັນດາເອກະສານນິຕິກໍາໃຫ້ແກ່ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ ລາວ.


ຕອບກັບ