ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ອັງ​ກິດ ແລະ ຝ​ລັ່ງ ແບ່ງ​ເບົາ​ຜົນ​ເສຍ​ຫາຍ​ກັບ​ພໍ່​ແມ່​​ພີ່​ນ້ອງ​ຊາວ ຫວຽດ​ນາມ ຢູ່ ພາຍ​ໃນ ປະ​ເທດພາຍຫຼັງ​ພາ​ຍຸ Yagi

Chia sẻ
(VOVWORLD) -  ຕໍ່ກັບຜົນເສຍຫາຍຢ່າງໃຫຍ່ຫຼວງຍ້ອນພາຍຸ Yagi ກໍ່ຂຶ້ນຢູ່ບັນດາແຂວງພາກເໜືອ, ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອັງກິດ ໄດ້ປະຕິບັດຫຼາຍກິດຈະກຳຂົນຂວາຍແຜ່ບໍລິຈາກເພື່ອປະກອບສ່ວນໃດສ່ວນໜຶ່ງແບ່ງເບົາຄວາມຫຍຸ້ງຍາກ, ຜົນເສຍຫາຍເຊິ່ງພໍ່ແມ່ປະຊາຊົນຫວຽດນາມ ຢູ່ພາຍໃນປະເທດຕ້ອງປະເຊີນໜ້າພາຍຫຼັງພາຍຸ Yagi.

ໄລ່ຮອດທ້າຍເດືອນກັນຍາ, ບັນດາອົງການຈັດຕັ້ງ, ສະມາຄົມຊາວ ຫວຽດນາມ ອາໄສ ຢູ່ ອັງກິດ ແລະ ບາງອົງການຈັດຕັ້ງຂອງອັງກິດ ໄດ້ແຜ່ບໍລິຈາກເງິນຈຳນວນກວ່າ 82.000 USD ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດຖືກຜົນເສຍຫາຍຈາກພາຍຸດັ່ງກ່າວ.

ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ອັງ​ກິດ ແລະ ຝ​ລັ່ງ ແບ່ງ​ເບົາ​ຜົນ​ເສຍ​ຫາຍ​ກັບ​ພໍ່​ແມ່​​ພີ່​ນ້ອງ​ຊາວ ຫວຽດ​ນາມ ຢູ່ ພາຍ​ໃນ ປະ​ເທດພາຍຫຼັງ​ພາ​ຍຸ Yagi - ảnh 1  ທ່ານ ຫງວຽນຫາຍນາມ, ປະທານ ສະມາຄົມ ABVietFrance  ແບ່ງປັນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ (ພາບ: TTXVN)
 ໃນລະຫວ່າງວັນທີ         28 – 29 ກັນຍາ, ສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ຝລັ່ງ ພ້ອມກັບຮ້ານສັບພະສິນຄ້າ ແທັງບິ່ງ Jeune ແລະ ຮ້ານອາຫານ ຫວຽດນາມ ຢູ່ ຝລັ່ງ ໄດ້ຈັດເຫດການຂາຍເຄື່ອງເພື່ອການກຸສົນ, ລະດົມປັດໄຈຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດ. ເຫດການໄດ້ດຳເນີນໃນ 2 ວັນທ້າຍອາທິດນັ້ນ ໄດ້ດຶງດູດພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ ຝລັ່ງເຂົ້າຮ່ວມເປັນຈຳນວນຫຼາຍ. ຈຳນວນເງິນທັງໝົດທີ່ເກັບມາໄດ້ຈາກເຫດການດັ່ງກ່າວ ທັງຕົ້ນທຶນ ແລະ ກຳໄລ ຈະໄດ້ເອົາໄປຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດຢູ່ ຫວຽດນາມ.

ຕອບກັບ