ປະກາດພິທີໄຫວ້ອາໄລ, ພິທີໄວ້ອາໄລ ແລະ ພິທີປົງສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

Chia sẻ
(VOVWORLD) -     ງານສົບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຈັດຕາມພິທີລະດັບຊາດ.
ປະກາດພິທີໄຫວ້ອາໄລ, ພິທີໄວ້ອາໄລ ແລະ ພິທີປົງສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ
(ພາບ: VGP)

ງານສົບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຈັດຕາມພິທີລະດັບຊາດ. ສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັກສາໄວ້ຢູ່ເຮືອນຈັດພິທີໄຫວ້ອາໄລແຫ່ງຊາດ, ເຮືອນເລກທີ 5 ຖະໜົນເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ.

    ພິທີໄຫວ້ອາໄລໄດ້ຈັດຢູ່ຫໍພິທີໄຫວ້ອາໄລແຫ່ງຊາດ, ເຮືອນເລກທີ 5 ຖະໜົນເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ, ເລີ່ມແຕ່ເວລາ 7 ໂມງນາທີ ຫາ 22 ໂມງ 00 ນາທີ, ຂອງວັນທີ 25 ກໍລະກົດ ປີ 2024 ແລະ ແຕ່ເວລາ 7 ໂມງ 00 ນາທີ ຫາເວລາ 13 ໂມງ 00 ນາທີ, ຂອງວັນທີ 26 ກໍລະກົດ 2024.

    ພິທີໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈັດຂຶ້ນໃນເວລາ 13 ໂມງ 00 ນາທີຂອງວັນທີ 26 ກໍລະກົດ 2024, ຢູ່ຫໍພິທີໄຫວ້ອາໄລແຫ່ງຊາດ, ເຮືອນເລກທີ 5 ຖະໜົນເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ.

     ພິທີປົງສົບຈັດຂຶ້ນໃນເວລາ 15 ໂມງ 00 ນາທີຂອງວັນດຽວກັນ, ຢູ່ເຂດສູ້ສານ ມາຍຢິກ, ນະຄອນ ຮ່າໂນ້ຍ.

    ພິທີໄຫວ້ອາໄລ, ພິທີໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນໃນເວລາດຽວກັນຢູ່ຫໍປະຊຸມ ທົງເຍິດ, ນະຄອນ ໂຮ່ຈີມິນ ແລະ ຢູ່ບ້ານເກີດຂອງທ່ານທີ່ຕາແສງ ດົງໂຮ້ຍ, ເມືອງ ດົງແອັງ, ນະຄອນ ຮ່າໂນ້ຍ.

    ໂທລະພາບ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ຈະຖ່າຍທອດສົດພິທີໄຫວ້ອາໄລ, ພິທີໄວ້ອາໄລ ແລະ ພິທີປົງສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ.

    ໃນ 2 ມື້ຈັດພິທີໄວ້ທຸກລະດັບຊາດ (25 ກໍລະກົດ 2024 ແລະ 26 ກໍລະກົດ 2024), ບັນດາອົງການສຳນັກງານຈະລົດທຸງລົງເຄິ່ງເສົາ, ບໍ່ຈັດບັນດາການເຄື່ອນໄຫວລະຫຼິ້ນ, ບັນເທິງສາທາລະນະ.

ຕອບກັບ