ປັນຍາຊົນຊາວຫວຽດນາມ ຢູ່ສ.ເກົາຫຼີ ປາດຖະໜາຢາກປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ

Chia sẻ
(VOVWORLD) -ມີສະມາຊິກພັກຫຼາຍຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ອອກແຮງງານຢູ່ສ.ເກົາຫຼີ ສະແດງຄວາມເບີກບ່ານມ່ວນຊື່ນ ແລະ ຕັ້ງຄວາມຫວັງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່
ປັນຍາຊົນຊາວຫວຽດນາມ ຢູ່ສ.ເກົາຫຼີ ປາດຖະໜາຢາກປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ - ảnh 1(ພາບປະກອບ: TTXVN)

ໃນຊຸມມື້ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ມີສະມາຊິກພັກຫຼາຍຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ອອກແຮງງານຢູ່ສ.ເກົາຫຼີ ສະແດງຄວາມເບີກບ່ານມ່ວນຊື່ນ ແລະ ຕັ້ງຄວາມຫວັງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່, ເປີດເສັ້ນທາງໃໝ່ໃຫ້ແກ່ປະເທດຊາດ.

        ທ່ານປະລິນຍາເອກ ຫວູດຶກເລື້ອງ, ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ສ.ເກົາຫຼີ ສະແດງຄວາມຫວັງວ່າ, ກອງປະຊຸມໃຫຍ່ຈະວາງອອກບັນດາການກຳນົດທິດ, ລັດຖະນະໂຍບາຍທີ່ຖືກຕ້ອງ ເພື່ອສືບຕໍ່ນຳປະເທດໃຫ້ພັດທະນາຢ່າງໄວ ແລະ ຍື່ນຍົງກວ່າ, ກ້າວໄປເຖິງເປົ້າໝາຍແມ່ນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝໃນປີ 2030. ທ່ານປະລິນຍາເອກ ຫວູດຶກເລື້ອງ, ປາດຖະໜາວ່າ, ໃນອາຍຸການຈະມາເຖິງພັກ ແລະ ລັດ ຈະມີຫຼາຍນະໂຍບາຍ, ຄວາມເອົາໃຈໃສ່ຂອງການນຳປະເທດ ທີ່ສະຫງວນໃຫ້ປະຊາຄົມປັນຍາຊົນ, ນັກຊ່ຽວຊານຊາວຫວຽດນາມ - ເຊື້ອຊາດຫວຽດນາມ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຫຼາຍກວ່າ ແລະ ເປັນຢ່າງດີກວ່າອີກ.

        ເມື່ອແບ່ງປັນກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງກອງປະຊຸມໃຫຍ່ຄັ້ງນີ້, ອ້າຍ ເຈິ່ນທ້ຽນກວາງ, ປະທານສະມາຄົມນັກສຶກສາຫວຽດນາມ ຢູ່ສ.ເກົາຫຼີ ໃຫ້ຮູ້ວ່າ, ຍາມໃດອ້າຍມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ປາດຖະໜາຢາກອຸທິດສ່ວນຢ່າງສຸດຂີດເຂົ້າໃນການພັດທະນາຂອງປະເທດຊາດ.

ຕອບກັບ