ປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ -Lativia

Chia sẻ
(VOVWORLD) -ວັນທີ 12 ມິຖຸນາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ ໄດ້ດຳເນີນການປຶກສາຫາລືດ້ານການເມືອງກັບທ່ານ Andrejs Pildegovics ລັດຖະມົນຕີກະຊວງການຕ່າງປະເທດ Lativia.

ປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ -Lativia - ảnh 1 ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ ແລະທ່ານ Andrejs Pildegovics ລັດຖະມົນຕີກະຊວງການຕ່າງປະເທດ Lativia

(ພາບ:  TTXVN)

ທີ່ການປຶກສາຫາລື, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບບັນດາການພັດທະນາຢ່າງຕັ້ງໜ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ  ແລະ Lativia ໃນໄລຍະຜ່ານມາ ກໍຄືການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນຢູ່ອົງການສະຫະປະຊາຊາດ ແລະ ASEM. ສອງຝ່າຍໄດ້ຕີລາຄາສູງຕໍ່ບັນດາຄວາມຄືບໜ້າຢ່າງຕັ້ງໜ້າໃນການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ Lativia ໃນຂະນະ ຫວຽດນາມແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ Lativia ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ Lativia ກໍແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງຫວຽດນາມໃນບັນດາປະເທດ Baltic; ພ້ອມທັງເຫັນດີເປັນເອກະພາບຈະດຳເນີນການເຈລະຈາ, ລົງນາມໃນສັນຍາຮ່ວມມືເສດຖະກິດ ແລະ ຂໍ້ຕົກລົງຮ່ວມມືດ້ານການສຶກສາລະຫວ່າງສອງປະເທດໂດຍໄວ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ Lativia ຢັ້ງຢືນວ່າ Lativia ສະໜັບສະໜູນຢ່າງແຮງ ສຳລັບເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ອີຢູ ໂດຍໄວ.

        ສອງຝ່າຍ ກໍເຫັນດີສະໜັບສະໜູນເລື່ອງແກ້ໄຂບັນດາການຂັດແຍ້ງກັນ, ລວມທັງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລ ແລະ ການບິນຢູ່ພາກພື້ນ.


ຕອບກັບ