ປີ 2021, GDP ທົ່ວປະເທດຄາດວ່າເພີ່ມຂຶ້ນ 2,58%

Chia sẻ
(VOVWORLD) -ພຽງໃນເດືອນ ທັນວາ ປີ 2021, ການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ເພີ່ມຂຶ້ນ 4,69 ຕື້ USD.
ປີ 2021, GDP ທົ່ວປະເທດຄາດວ່າເພີ່ມຂຶ້ນ 2,58% - ảnh 1(ພາບປະກອບ: nld.com.vn)

ຍອດຜະລິດຕະພັນພາຍໃນປະເທດ (GDP) ປີ 2021 ຄາດວ່າເພີ່ມຂຶ້ນ 2,58% ເມື່ອທຽບໃສ່ປີ 2020 ຍ້ອນໂລກລະບາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງທຸກຂົງເຂດຂອງພື້ນຖານເສດຖະກິດ. ພິເສດ, ໃນໄຕມາດທີ 3 ປີ 2021 ມີຫຼາຍທ້ອງຖິ່ນເສດຖະກິດຈຸດສຸມຕ້ອງປະຕິບັດການແຍກຫ່າງສັງຄົມແກ່ຍາວ ເພື່ອປ້ອງກັນ, ຕ້ານໂລກລະບາດ, ນີ້ແມ່ນຜົນສຳເລັດຢ່າງໃຫຍ່ຫຼວງຂອງ ຫວຽດນາມ ໃນການປ້ອງກັນ ຕ້ານໂລກລະບາດ, ຮັກສາການຜະລິດ ດຳເນີນທຸລະກິດ.

        ທີ່ການປະຊຸມຂ່າວປະກາດຕົວເລກສະຖິຕິເສດຖະກິດ-ສັງຄົມ ໄຕມາດທີ 4 ແລະ ປີ 2021 ໂດຍກົມໃຫຍ່ສະຖິຕິ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ຈັດຂຶ້ນໃນຕອນເຊົ້າວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ການນຳກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ, ພຽງໃນເດືອນ ທັນວາ ປີ 2021, ການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ເພີ່ມຂຶ້ນ 4,69 ຕື້ USD. ພ້ອມກັນນັ້ນ, ຍອດວົງເງິນສົ່ງອອກ-ນຳເຂົ້າຂອງທັງປະເທດຄາດວ່າບັນລຸ 668,5 ຕື້ USD, ໃນນັ້ນວົງເງິນສົ່ງອອກບັນລຸ 336,25 ຕື້ USD, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີ 2020. ປີ 2021 ການສົ່ງອອກເກີນດຸນບັນລຸ 4 ຕື້ USD, ສ້າງຂີດໝາຍເປັນປີທີ 6 ຢ່າງລຽນຕິດທີ່ ຫວຽດນາມ ບັນລຸການສົ່ງອອກເກີນດຸນ. ປະຈຸບັນ, ສິນຄ້າສົ່ງອອກຂອງ ຫວຽດນາມ ໄດ້ສົ່ງອອກໄປເກືອບທຸກຕະຫຼາດໃນໂລກ.

ຕອບກັບ