ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ G20 ຈັດ​ກອງ​ປະ​ຊຸ​ມ​ທາງ​ອອນ​ລາຍ

Chia sẻ
(VOVWORLD) -ກອງປະຊຸມແມ່ນເວທີປາໄສເພື່ອໃຫ້ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານ ສູນກາງບັນດາປະເທດ G20 ປຶກສາຫາລື ກ່ຽວກັບການປະສານຈັດຕັ້ງບັນດາບ້ວງເງິນກະຕຸ້ນ ເສດຖະກິດ ຢ່າງລະມັດລະວັງ ແລະ ຊ່ວຍເຫຼືອບັນດາປະເທດທຸກຍາກ.
ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ G20 ຈັດ​ກອງ​ປະ​ຊຸ​ມ​ທາງ​ອອນ​ລາຍ - ảnh 1ທ່ານ Daniele Franco ລັດຖະມົນຕີເສດຖະກິດ ອີຕາລີ ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີ ການເງິນ G 20 ທາງອອນລາຍ (ພາບ: AFP/TTXVN)

ວັນທີ 7 ເມສາ, ບັນດາທ່ານລັດຖະມົນຕີການເງິນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ດຳເນີນກອງປະຊຸມຕາມຮູບການທາງອອນລາຍ ເພື່ອແນໃສ່ປຶກສາຫາລືວິທີການຮ່ວມມືກ່ຽວກັບນະໂຍບາຍເສດຖະກິດ ເພື່ອຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19, ເລື່ອນການຊຳລະໜິ້ສິນໃຫ້ແກ່ບັນດາປະເທດທຸກຍາກ ແລະ ວາງອອກລະດັບພາສີວິສາຫະກິດຕ່ຳສຸດທົ່ວໂລກ.

ຕາມແຜນການແລ້ວ, ບັນດາທ່ານລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງບັນດາປະເທດ G20 ຈະອອກຖະແຫຼງການພາຍຫຼັງສິ້ນສຸດກອງປະຊຸມ ຊຶ່ງໄດ້ຮັບການຈັດຂຶ້ນຢູ່ນອກ ກອງປະຊຸມ ລະດູບານໃໝ່ ຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ກໍ່ໄດ້ດຳເນີນຕາມຮູບການທາງອອນລາຍເຊັນດຽວກັນ.

ກອງປະຊຸມແມ່ນເວທີປາໄສເພື່ອໃຫ້ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານ ສູນກາງບັນດາປະເທດ G20 ປຶກສາຫາລື ກ່ຽວກັບການປະສານຈັດຕັ້ງບັນດາບ້ວງເງິນກະຕຸ້ນ ເສດຖະກິດ ຢ່າງລະມັດລະວັງ ແລະ ຊ່ວຍເຫຼືອບັນດາປະເທດທຸກຍາກ.

ຕອບກັບ