ບັນດາປະເທດເຂົ້າຮ່ວມ G20 ໃຫ້ຄຳໝັ້ນສັນຍາສະກັດກັ້ນການອຸປະຖຳການກໍ່ການຮ້າຍ (ພາບ: EPA/ TTXVN) |
ໄດ້ອອກຖະແຫຼງການຮ່ວມ ເຫັນດີຍູ້ແຮງບັນດາຄວາມມານະພະຍາຍາມສະກັດກັ້ນການອຸປະຖຳການກໍ່ການຮ້າຍ. ຖະແຫຼງການຮ່ວມຂອງບັນດາປະເທດ G20 ກ່າວປະນາມຢ່າງແຮງ ເລື່ອງອຸປະຖຳໃຫ້ລັດທິກໍ່ການຮ້າຍ, ພ້ອມທັງ ໃຫ້ຄຳໝັ້ນສັນຍາ ຈະກະທຳເພື່ອສະກັດກັ້ນແຫຼ່ງການເງິນຂອງບັນດາກຸ່ມ ແລະ ອົງການຜິດກັບກົດໝາຍ. ບັນດາປະເທດ G20 ກໍ່ເລັ່ງລັດບັນດາປະເທດສະໜັບສະໜູນກຳລັງພິເສດກະທຳດ້ານການເງິນ (FATF), ແມ່ນອົງການຈັດຕັ້ງສາກົນລວມມີ 37 ປະເທດສະມາຊິກ, ໃນເລື່ອງສະກັດກັ້ນບັນດາແຫຼ່ງອຸປະຖຳໃຫ້ການກໍ່ການຮ້າຍຢ່າງມີປະສິດທິຜົນ.
ຖະແຫຼງການຮ່ວມກ່ຽວກັບເລື່ອງສະກັດກັ້ນການອຸປະຖຳໃຫ້ການກໍ່ການຮ້າຍ ແມ່ນຄວາມເຫັນດີເຫັນພ້ອມຍາກທີ່ຫາໄດ້ຢູ່ກອງປະຊຸມສຸດຍອດ G20 ຄັ້ງນີ້ ໃນສະພາວະ ອາເມລິກາ ແລະ ບັນດາປະເທດນັບມື້ນັບແບ່ງແຍກກ່ຽວກັບບັນດາບັນຫາຄື: ການຄ້າເສລີ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ.