ບັນດາປະເທດ ຊົມເຊີຍເລື່ອງບັນລຸໄດ້ຂໍ້ຕົກລົງຫັນປ່ຽນອອກຈາກເຊື້ອເພີງຟອກຊິວ

Chia sẻ
(VOVWORLD) - ກ່າວຄຳເຫັນຕໍ່ບັນດາຜູ້ແທນທີ່ເຂົ້າຮ່ວມ COP28, ທ່ານ Sultan Al Jaber, ປະທານກອງປະຊຸມ COP28, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດມີການກະທຳໃນທັນທີ
ບັນດາປະເທດ ຊົມເຊີຍເລື່ອງບັນລຸໄດ້ຂໍ້ຕົກລົງຫັນປ່ຽນອອກຈາກເຊື້ອເພີງຟອກຊິວ - ảnh 1ພາບປະກອບ

ພາຍຫຼັງກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28) ຢູ່ ດູບາຍ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຫັນປ່ຽນອອກຈາກ ເຊື້ອເພີງຟອກຊິວ, ຜູ້ຕາງໜ້າຂອງຫຼາຍປະເທດຖືວ່າ ນີ້ແມ່ນຂໍ້ຕົກລົງມີລັກສະນະປະຫວັດສາດ.

        ວັນທີ 13 ທັນວາ, ກ່າວຄຳເຫັນຕໍ່ບັນດາຜູ້ແທນທີ່ເຂົ້າຮ່ວມ COP28, ທ່ານ Sultan Al Jaber, ປະທານກອງປະຊຸມ COP28, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດມີການກະທຳໃນທັນທີ, ຕາມນັ້ນແລ້ວ, ທຸກໆລັດຖະບານ ແລະ ວິສາຫະກິດ ຕ້ອງຫັນບັນດາຄຳໝັ້ນສັນຍາຫັນປ່ຽນອອກຈາກ ເຊື້ອເພີງຟອກຊິວ ເປັນບັນດາໝາກຜົນເສດຖະກິດຕົວຈິງ.

        ໃນຖະແຫຼງການໃນວັນດຽວກັນ, ທ່ານນາງລັດຖະມົນຕີກະຊວງພະລັງງານ ຝລັ່ງ Agnes Pannier – Runacher ເນັ້ນໜັກວ່າ: ຄວາມເຫັນດີເຫັນພ້ອມຂອງເກືອບ 200 ປະເທດທີ່ເຂົ້າຮ່ວມ COP28 ຕໍ່ຂໍ້ຕົກລົງດັ່ງກ່າວແມ່ນໄຊຊະນະຂອງລັດທິຫຼາຍຝ່າຍ ແລະ ການທູດດ້ານດິນຟ້າອາກາດ. ຕາມທ່ານນາງແລ້ວ, ບັນດາປະເທດ ຄວນກຽມພ້ອມຄ່ອຍໆລົບລ້າງເຊື້ອເພີງຟອກຊິວ ແລະ ເອົາໃຈໃສ່ເຖິງບັນຫານີ້.

ຕອບກັບ