ບັນດາການເຄື່ອນໄຫວຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຢູ່ ຍີ່ປຸ່ນ

Chia sẻ
(VOVWORLD) - ທີ່ການຕ້ອນຮັບໃນຕອນເຊົ້າວັນທີ 31 ພຶດສະພາ ທີ່ເຮືອນຮັບແຂກແຫ່ງຊາດຢູ່ນະຄອນຫລວງ ໂຕກຽວ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງພັກ Komei ໃນລະບົບການເມືອງ ຍີ່ປຸ່ນ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ທ່ານປະທານ Natsuo Yamaguchi ແລະ ພັກ Komei ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ພັດທະນາກ່ວາອີກໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນການຮ່ວມມືໃນຂົງເຂດເສດຖະກິດ, ການລົງທຶນ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກະສິກຳເຕັກໂນໂລຢີສູງ, ການພົວພັນແລກປ່ຽນທ້ອງຖິ່ນ ແລະ ປະຊາຊົນລະຫວ່າງ 2 ປະເທດ.

ບັນດາການເຄື່ອນໄຫວຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຢູ່ ຍີ່ປຸ່ນ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານພັກ Kome Natsuo Yamaguchi

        ສ່ວນທ່ານປະທານພັກ ໂກມີໂຕ Natsuo Yamaguchi ຢືນຢັນວ່າ: ພັກ Komei ດ້ວຍຖານະເປັນພັກພັນທະມິດກຳອຳນາດ, ຈະສືບຕໍ່ສະໜັບສະໜູນເລື່ອງເຮັດໃຫ້ການພົວພັນ ຍີ່ປຸ່ນ - ຫວຽດນາມ ໃນທຸກຂົງເຂດເລິກເຊິ່ງກ່ວາອີກ; ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນມທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ແລະກໍ່ໃນຕອນບ່າຍວັນທີ 31 ພຶດສະພາ, ທີ່ນະຄອນຫລວງ ໂຕກຽວ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ. ນີ້ແມ່ນເຫດການໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ອົງການສົ່ງເສີມການຄ້າຍີ່ປຸ່ນ ຈັດຕັ້ງ, ໄດ້ດຶງດູດວິສາຫະກິດ 2 ປະເທດເຂົ້າຮ່ວມກ່ວາ 600 ແຫ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ ກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ ແມ່ນກາລະໂອກາດອັນລ້ຳຄ່າ ເພື່ອໃຫ້ປະຊາຄົມວິສາຫະກິດ 2 ປະເທດ ພ້ອມກັນຮ່ວມມືພັດທະນາໃນໄລຍະໃໝ່, ປະກອບສ່ວນຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງກ່ວາອີກ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ ໃນໄລຍະຈະມາເຖິງ.

ບັນດາການເຄື່ອນໄຫວຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຢູ່ ຍີ່ປຸ່ນ - ảnh 2 ກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກເຖິງເລື່ອງມຸ່ງໄປເຖິງເປົ້າໝາຍກໍ່ສ້າງປະເທດອຸດສາຫະກຳຕາມທິດທັນສະໄໝ, ຫວຽດນາມ ພວມມີຄວາມຕ້ອງການຢ່າງໃຫຍ່ຫລວງກ່ຽວກັບການພັດທະນາລະບົບພື້ນຖານໂຄງລ່າງ, ພະລັງງານທັນສະໄໝ, ຄົບຊຸດ; ລະບົບການສຶກສາກ້າວໜ້າ…ນີ້ແມ່ນບັນດາຂົງເຂດ ຊຶ່ງ ຍີ່ປຸ່ນ ມີທ່າແຮງ, ແມ່ນໂອກາດອັນລ້ຳຄ່າ ເພື່ອໃຫ້ບັນດາວິສາຫະກິດ, ນັກທຸລະກິດ ຍີ່ປຸ່ນ ກຳແໜ້ນໂອກາດ ເພື່ອເປີດກ້ວາງການຮ່ວມມື, ລົງທຶນຢູ່ ຫວຽດນາມ.

        ແລະກໍ່ໃນກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ພ້ອມດ້ວຍແຂກທີ່ມີກຽດເປັນສັກຂີພິຍານພິທີມອບໃບຢັ້ງຢືນລົງທຶນ ແລະ ບົດບັນທຶກຊ່ວຍຈຳກ່ຽວກັບບັນດາໂຄງການຮ່ວມມືລະຫວ່າງວິສາຫະກິດ, ທ້ອງຖິ່ນ 2 ປະເທດ.

        ກ່ອນໜ້ານັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO) Hiroyuki Ishige.

        ວັນທີ 30 ແລະ ວັນທີ 31 ພຶດສະພາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວກ່ຽວກັບພິທີຕ້ອນຮັບທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາຢູ່ ພະລາດຊະວັງ ຍີ່ປຸ່ນ. ສື່ເອເລັກໂຕນິກຂອງສະຖານີໂທລະພາບ NHK ໃຫ້ຮູ້ວ່າ ພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ດ້ວຍຖານະເປັນແຂກລະດັບຊາດໄດ້ດຳເນີນຢູ່ລາດຊະວັງ ຍີ່ປຸ່ນ ໃນວັນທີ 30 ພຶດສະພາ.

        ຕອນບ່າຍວັນທີ 30 ພຶດສະພາ, ໜັງສືພິມ Asahi  ແລະ ສື່ເອເລັກໂຕນິກ Asahi ກໍ່ມີບັນດາບົດຂຽນກ່ຽວກັບພິທີຕ້ອນຮັບທ່ານປະທານປະເທດ ເຈີ່ນດ້າຍກວາງ. ຫລັງຈາກນັ້ນ, ທີ່ການພົບປະ, ພະເຈົ້າຈັກກະພັດ ຍີ່ປຸ່ນ ແລະ ພະມະເຫສີ ໄດ້ມອບຂອງຂວັນທີ່ລະນຶກໃຫ້ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ. ໜັງສືພິມ Asahi ໄດ້ອະທິບາຍຄຳ “ແຂກລະດັບຊາດ” ວ່າ ແມ່ນພິທີການທູດສູງສຸດຂອງລັດຖະບານທີ່ສະຫງວນໃຫ້ແຂກຕ່າງປະເທດ. ໜັງສືພິມສະບັບນີ້ກໍ່ຖືວ່າ: ບາງເທື່ອແມ່ນພິທີຕ້ອນຮັບສຸດທ້າຍຂອງພະເຈົ້າຈັກກະພັດ Akihito ແລະ ພະມະເຫສີ ກ່ອນທີ່ຈະສະຫລະລາຊະສົມບັດໃນປີ 2019.

 

ຕອບກັບ