ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ແກ້ໄຂດ້ວຍມາດຕະການສັນຕິພາບ

Chia sẻ
(VOVWORLD) - ເນື່ອງໃນໂອກາດນີ້, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນອີກເທື່ອໜຶ່ງອະທິປະໄຕ ຂອງ ຫວຽດນາມ ຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ
ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ແກ້ໄຂດ້ວຍມາດຕະການສັນຕິພາບ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ
(ພາບ:TTXVN)

ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ລະຫວ່າງບັນດາຝ່າຍກ່ຽວຂ້ອງຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS), ເຄົາລົບບັນດາວິວັດທະນາການການທູດ ແລະ ນິຕິກຳ, ປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ. ນີ້ແມ່ນການຢັ້ງຢືນຂອງທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ, ໃນວັນທີ 15 ກໍລະກົດ ຢູ່ ຮ່າໂນ້ຍ, ເມື່ອຕອບສຳພາດຕໍ່ນັກຂ່າວ ສະເໜີໃຫ້ຮູ້ກ່ຽວກັບທັດສະນະຂອງ ຫວຽດນາມ ເນື່ອງໃນໂອກາດສານກຳມະການສາກົນໃນກໍລະນີຮ້ອງຟ້ອງກ່ຽວກັບບັນຫາທະເລຕາເວັນອອກ ໄດ້ອອກຄຳຕັດສິນສຸດທ້າຍ ຄົບຮອບ 7 ປີ.

        ເນື່ອງໃນໂອກາດນີ້, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນອີກເທື່ອໜຶ່ງອະທິປະໄຕ ຂອງ ຫວຽດນາມ ຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ ແລະ ບັນດາສິດອັນຖືກຕ້ອງຕາມກົດໝາຍສຳລັບບັນດາເຂດນ່ານທະເລຂອງ ຫວຽດນາມ ທີ່ໄດ້ກຳນົດຢ່າງສອດຄ່ອງກັບ UNCLOS.

ຕອບກັບ