ບັນດາ Brexit: ອີຢູ ຊົມເຊີຍການເຈລະຈາລະຫວ່າງບັນດາພັກຝ່າຍ ຢູ່ ອັງກິດ

Chia sẻ
(VOVWORLD) -ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ສະຫະພາບ ເອີຣົບ ໄດ້ຊົມເຊີຍບັນດາການເຈລະຈາລະຫວ່າງພັກຝ່າຍ ຢູ່ ອັງກິດ ເພື່ອແນໃສ່ຊອກຫາມາດຕະການໃຫ້ແກ່ວິວັດທະນາການ ອັງກິດ ຖອນຕົວອອກຈາກ ອີຢູ  ທີ່ພວມຕົກເຂົ້າສູ່ສະພາບການຈົນຕາແຈ.
ບັນດາ Brexit: ອີຢູ ຊົມເຊີຍການເຈລະຈາລະຫວ່າງບັນດາພັກຝ່າຍ ຢູ່ ອັງກິດ - ảnh 1ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ສະຫະພາບ ເອີຣົບ (ພາບ: AFP/TTXVN)

ວັນທີ 04 ເມສາ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ສະຫະພາບ ເອີຣົບ ໄດ້ຊົມເຊີຍບັນດາການເຈລະຈາລະຫວ່າງພັກຝ່າຍ ຢູ່ ອັງກິດ ເພື່ອແນໃສ່ຊອກຫາມາດຕະການໃຫ້ແກ່ວິວັດທະນາການ ອັງກິດ ຖອນຕົວອອກຈາກ ອີຢູ  ທີ່ພວມຕົກເຂົ້າສູ່ສະພາບການຈົນຕາແຈ.ໃນສື່ສັງຄົມອອນລາຍ Twitter ສ່ວນຕົວ ຂອງທ່ານ Michel Barnier, ທ່ານຊີ້ແຈ້ງວ່າ “ພວກຂ້າພະເຈົ້າຊົມເຊີຍການເຈລະຈາລະຫວ່າງບັນດາພັກຝ່າຍຂອງ ອັງກິດ. ຮອດເວລາແລ້ວທີ່ຕ້ອງຍົກອອກຄໍາຕັດສິນ”. ຂໍ້ພິນິດໄສດັ່ງກ່າວຂອງທ່ານ Michel Barnier ໄດ້ຍົກອອກມາ ໃນສະພາບທີ່ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ເຊີນ ທ່ານ Jeremy Corbyn ການນໍາພັກແຮງງານ ມາປຶກສາຫາລື ໃນລະຫວ່າງວັນທີ 4 - 5 ເມສາ ເພື່ອແນໃສ່ຊອກຫາທາງອອກ, ສິ່ງກີດຂວາງຕໍ່ເລື່ອງອັງກິດຖອນຕົວອອກຈາກ ອີຢູ ໃນວັນທີ 12 ເມສາ ແບບບໍ່ມີຂໍ້ຕົກລົງ.

        ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ Stockholm ຂອງ ຊູແອັດ, ທ່ານ Michel Barnier ກໍເນັ້ນໜັກວ່າ: “ພວກຂ້າພະເຈົ້າລໍຖ້າ ແລະ ຕັ້ງຄວາມຫວັງຕໍ່ໝາກຜົນການເຈລະຈາລະຫວ່າງພັກຂອງທ່ານນາງ Theresa May ແລະ ພັກແຮງງານຝ່າຍຄ້ານຫຼາຍທີ່ສຸດ”.

        ກ່ຽວຂ້ອງເຖິງບັນຫາ Brexit, ວັນທີ 04 ເມສາ ທ່ານ Stephen Barclay ລັດຖະມົນຕີຮັບຜິດຊອບກ່ຽວກັບບັນຫາ Brexit ຂອງ ອັງກິດ ໃຫ້ຮູ້ວ່າ ປະເທດນີ້ ຈະຕ້ອງຈັດຕັ້ງການປ່ອນບັດເລືອກຕັ້ງ ລັດຖະສະພາເອີຣົບ ຖ້າຫາກ ອັງກິດ ຍັງເປັນສະມາຊິກຂອງ ອີຢູ ໃນເດືອນ ພຶດສະພານີ້.


ຕອບກັບ