ໃນຄະນະງານສົບຍັງມີທ່ານ ຟ້າມມິງຈິງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ; ທ່ານ ເຈິ່ນແທັງເໝີນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ; ທ່ານ ເລືອງເກື່ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ; ທ່ານ ໂດ້ວັນຈຽນ, ກຳມະການກົມການເມືອງ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.