ຕາງໜ້າກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳສະຫະພັນລັດເຊຍ, ສູນການຄ້າອາເນກປະສົງ “ຮ່າໂນ້ຍ - ມົດສະກູ” ຕັດແຖບຜ້າໄຂງານບຸນ (ພາບ: TTXVN) |
ງານວາງສະແດງຮູບພາບມີ 5 ຫົວຂໍ້: ທະເລ - ສະພາບແວດລ້ອມແຫ່ງການຄົງຕົວຂອງປະຊາຄົມຊາວຫວຽດນາມດໍາລົງຊີວິດພ້ອມກັບທະເລ, ໝູ່ເກາະ; ຫວຽດນາມ ຜ່ານມູນມອງຂອງສື່ມວນຊົນ; ນໍາໃຈໄມຕີຈິດມິດຕະພາບ ຫວຽດນາມ - ລັດເຊຍ; ສິ່ງຍອດຢ້ຽມຂອງຫວຽດນາມ… ນອກຈາກ 5 ຫົວຂໍ້ຫຼັກ ທີ່ໄດ້ນຳມາສະແດງໃນງານ, ຜູ້ຊົມຍັງໄດ້ຮັບການແນະນຳກ່ຽວກັບບັນດາຮູບສະແຕມປະຊາຄົມບັນດາເຜົ່າຫວຽດນາມ; ແຜນທີ່ທ່ອງທ່ຽວຫວຽດນາມ… ຄຽງຄູ່ກັນນັ້ນ, ພາຍໃນງານຍັງໄດ້ວາງສະແດງພາບແຕ້ມຈຳນວນ 20 ແຜ່ນ ດ້ວຍຫົວຂໍ້ “ປະຫວັດສາດຫວຽດນາມໂດຍສັງເຂບ”.