ນາຍົກລັດຖະມົນຕີຫງວຽນຊວນຟຸກໃຫ້ການຕ້ອນຮັບຜູ້ອຳນວຍການໃຫຍ່ ທະນາຄານ MUFG (ຍີ່ປຸ່ນ).

Chia sẻ
(VOVWORLD) -ຕອນເຊົ້າວັນທີ 22 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Kanetsugu Mike, ຜູ້ອຳນວນຍການໃຫຍ່ ທະນາຄານ MUFG (ຍີ່ປຸ່ນ)

ນາຍົກລັດຖະມົນຕີຫງວຽນຊວນຟຸກໃຫ້ການຕ້ອນຮັບຜູ້ອຳນວຍການໃຫຍ່ ທະນາຄານ MUFG (ຍີ່ປຸ່ນ). - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Kanetsugu Mike ຜູ້ອຳນວນຍການໃຫຍ່ ທະນາຄານ MUFG (ຍີ່ປຸ່ນ).

(ພາບ: CHINHPHUVN)

ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາຜົນງານທີ່ MUFG ບັນລຸໄດ້ຢູ່ ຫວຽດນາມ, ເຊິ່ງເເມ່ນທະນາຄານຫຸ້ນສ່ວນຍຸດທະສາດຂອງ Vietinbank. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີ MUFG.

ສ່ວນທ່ານ Kanetsugu Mike ໄດ້ສະແດງຄວາມພາກພູມໃຈໃນການຮ່ວມມືກັບ Vietinbank ເຊິ່ງຍາມໃດກໍ່ໄດ້ຮັບການຍູ້ແຮງ ແລະ ໃນຕະຫຼອດ 5ປີທີ່ຜ່ານມາ, ຈຳນວນວິສາຫະກິດ ຍີ່ປຸ່ນເຊິ່ງແມ່ນ ລູກຄ້າຂອງ MUFG ໃຫ້ເຂົ້າມາລົງທຶນຢູ່ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຮງ.ໂດຍແມ່ນທະນາຄານຫຸ້ນສ່ວນຍຸດທະສາດຂອງ Vietinbank, MUFG ພ້ອມແລ້ວທີ່ຈະສະໜັບສະໜູນ Vietinbank ໃນການເພີ່ມທຶນຈົດທະບຽນເພື່ອແນໃສ່ສ້າງຄວາມສະດວກໃນ ການດຳເນີນ ທຸລະກິດ ແລະ ສິ່ງດັ່ງກ່າວແມ່ນຮັບດ່ວນທີ່ສຸດ.

ຕອບກັບ