ນາຍົກລັດຖະມົນຕີ ອັງກິດ ຮີບເຮັ່ງຊອກຫາບາດກ້າວບຸກທະລຸໃນບັນດາການເຈລະຈາ

Chia sẻ
(VOVWORLD) - ວັນທີ 12 ມີນາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ May ຈະມີບົດລາຍງານກ່ຽວກັບຂໍ້ຕົກລົງ Brexit ສະບັບປັບປຸງຢູ່ສະພາແຫ່ງຊາດ ອັງກິດ.
ນາຍົກລັດຖະມົນຕີ ອັງກິດ ຮີບເຮັ່ງຊອກຫາບາດກ້າວບຸກທະລຸໃນບັນດາການເຈລະຈາ - ảnh 1ທ່ານນາງ Theresa May  ແລະ ທ່ານ Jean-Claude Juncker (ພາບ: AFP/TTXVN)

ວັນທີ 11 ມີນາ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ ໃຫ້ຮູ້ວ່າ: ທ່ານນາງ Theresa May ສືບຕໍ່ໂອ້ລົມທາງໂທລະສັບກັບທ່ານປະທານຄະນະກຳມະການ ເອີຣົບ Jean-Claude Juncker ໃນວັນດຽວກັນ, ພ້ອມທັງເນັ້ນໜັກວ່າ: ບັນດາການເຈລະຈາກ່ຽວກັບວິວັດທະນາການ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ຫຼື ເອີ້ນວ່າ Brexit, ຍັງຄົງດຳເນີນໄປ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 10 ມີນາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ ກໍ່ໄດ້ປຶກສາຫາລືກັບທ່ານ Juncker ພາຍຫລັງໂອ້ລົມທາງໂທລະສັບກັບບັນດາການນຳ ເອີຣົບ ໃນລະຫວ່າງວັນທີ 8 – 9 ມີນາ ແນໃສ່ມານະພະຍາຍາມຊອກຫາບາດກ້າວບຸກທະລຸໃນບັນດາການເຈລະຈາ ເພື່ອບັນລຸໄດ້ການຜ່ອນສັ້ນຜ່ອນຍາວຂອງ ອີຢູ ສຳລັບຂໍ້ຕົກລົງ Brexit.

        ຕາມແຜນການແລ້ວ, ວັນທີ 12 ມີນາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ May ຈະມີບົດລາຍງານກ່ຽວກັບຂໍ້ຕົກລົງ Brexit ສະບັບປັບປຸງຢູ່ສະພາແຫ່ງຊາດ ອັງກິດ. ຖ້າຫາກຂໍ້ຕົກລົງ Brexit ຂອງທ່ານນາງ May ສືບຕໍ່ຖືກຄັດຄ້ານ, ບັນດານັກສ້າງກົດໝາຍ ອັງກິດ ອາດຈະປ່ອນບັດກ່ຽວກັບເລື່ອງຖອນຕົວອອກຈາກ ອີຢູ ເຊິ່ງບໍ່ມີຂໍ້ຕົກລົງໃນວັນທີ 13 ມີນາ. ໃນກໍລະນີ ສະພາແຫ່ງຊາດ ອັງກິດ ກໍ່ປະຕິເສດ “Brexit ແຂງ” (ໝາຍຄວາມວ່າ ອັງກິດ ຖອນອອກຈາກຕະຫລາດ ເອີຣົບ) ບັນດານັກສ້າງກົດໝາຍປະເທດນີ້ ຈະສືບຕໍ່ປ່ອນບັດເລື່ອງໂຈະ Brexit ໃນວັນທີ 14 ມີນາ.

ຕອບກັບ