ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ເປັນປະທານຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດອາຊຽນແລະ ບັນດາຄູ່ຮ່ວມມື |
ທີ່ການໂອ້ລົມສົນທະນາ, ບັນດາການນຳບັນດາວິສາຫະກິດ ອາຊຽນ, ການນຳອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືໄດ້ປຶກສາຫາລືບັນດາກາລະໂອກາດ ແລະ ສິ່ງທ້າທາຍໃນການຮ່ວມມືດ້ານເສດຖະກິດດີຈີຕອນ; ວິທີແກ້ໄຂເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ຄູ່ຮ່ວມມືໃນການພັດທະນາເສດຖະກິດດີຈີຕອນ; ສະເໜີແນະ ສ້າງລະບົບນິເວດເສດຖະກິດດີຈີຕອນອາຊຽນ; ຄວາມຕ້ອງການໃນປະຈຸບັນໃນການພັດທະນາ ການຄ້າເອເລກໂຕນິກ ໃນອາຊຽນ; ສົ່ງເສີມການພັດທະນາຕ່ອງໂສ້ການສະຫນອງເຄິ່ງຊັກນຳໄຟຟ້າ ໃນພາກພື້ນອາຊຽນ. ພ້ອມກັນນັ້ນ, ບັນດາຜູ້ແທນຍັງໄດ້ປຶກສາຫາລືກ່ຽວກັບການນຳໃຊ້ປັນຍາປະດິດ (AI) ໃນການຄຸ້ມຄອງບໍລິສັດ ແລະ ສະເໜີການຮ່ວມມືກັບບັນດາປະເທດອາຊຽນ; ການຫັນເປັນດີຈີຕອນ ໃນຂົງເຂດຖະແຫຼງຂ່າວ; ຮ່ວມມືກໍ່ສ້າງແຫຼ່ງ ຊັບພະຍາກອນມະນຸດດິຈິຕອນທີ່ມີຄຸນນະພາບສູງ; ປັບປຸງສະພາບແວດລ້ອມແຫ່ງການລົງທຶນເພື່ອດຶງດູດການລົງທຶນເຕັກໂນໂລຊີສູງ... ກ່າວຄຳເຫັນທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຫວັງວ່າ ປະຊາຄົມວິສາຫະກິດ, ບັນດານັກລົງທຶນ ອາຊຽນ ຈະເພີ່ມທະວີການຮ່ວມມື, ຮ່ວມເດີນທາງ, ໜູນຊ່ວຍຊຸກຍູ້ບັນດາຂົງເຂດບຸລິມະສິດໃນການພັດທະນາເສດຖະກິດດີຈີຕອນ ; ໜູນຊ່ວຍ ຫວຽດນາມ ໃນຂົງເຂດການເງິນ, ປົງແປງລະບອບລະບຽບການ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາພື້ນຖານໂຄງລ່າງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ກໍ່ຮຽກຮ້ອງໃຫ້ບັນດາປະເທດ, ປະຊາຄົມວິສາຫະກິດ ອາຊຽນ ແລະ ບັນດາຄູ່ຮ່ວມມືເພີ່ມທະວີການຮ່ວມມືໃນການຫັນເປັນດີຈີຕອນ ເພື່ອປະກອບສ່ວນປ່ຽນໃໝ່ກຳລັງໜູນການເຕີບໂຕແບບດັ້ງເດີມ; ພ້ອມກັນນັ້ນ ກໍ ຊຸກຍູ້ການຫັນເປັນດິຈິຕອນຢ່າງແຂງແຮງຕິດພັນກັບການນໍາໃຊ້ວິທະຍາສາດແລະເຕັກໂນໂລຢີໃນຂົງເຂດຕ່າງໆເພື່ອສ້າງກຳລັງໜູນແກ່ການເຕີບໂຕໃຫມ່. ບັນດາຝ່າຍຊຸກຍູ້ການຮ່ວມມື ໜູນຊ່ວຍແຫຼ່ງການເງິນ, ພູປັນຍາ, ການຖ່າຍທອດເຕັກໂນໂລຢີ, ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດີຈີຕອນ.