ນາຍົກລັດຖະມົນຕີ ຫວຽດນາມ ຈະເຂົ້າຮ່ວມ ແລະ​ກ່າວ​ຄຳ​ເຫັນ​ທີ່ກອງປະຊຸມສຸດຍອດ G20

Chia sẻ
(VOVWORLD) -   ຫົວຂໍ້ຂອງ G20 ປີ 2020 ແມ່ນ “ສ້າງກາລະໂອກາດໃນທົດສະວັດທີ 21 ເພື່ອປະຊາຊົນທຸກຄົນ ໃຫ້ປະກົດຜົນເປັນຈິງ”, ດ້ວຍ 3 ຈຸດໃຈກາງຕົ້ນຕໍແມ່ນ: ມອບສິດໃຫ້ປະຊາຊົນ; ຮັກສາໜ່ວຍໂລກ; ກຳນົດທິດບັນດາຂົງເຂດໃໝ່.
ນາຍົກລັດຖະມົນຕີ ຫວຽດນາມ ຈະເຂົ້າຮ່ວມ ແລະ​ກ່າວ​ຄຳ​ເຫັນ​ທີ່ກອງປະຊຸມສຸດຍອດ G20 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງພະມະຫາກະສັດ ອາຣັບບິ ຊະອຸດິ Salman bin Avdulaziz Al Saud, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ທາງອອນລາຍ ເຊິ່ງຈະດຳເນີນໃນລະຫວ່າງວັນທີ 21 – 22 ພະຈິກ 2020.

        ເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ທາງອອນລາຍ ໄດ້ຢັ້ງຢືນເຖິງການສະໜັບສະໜູນ, ການຮ່ວມມືຢ່າງຕັ້ງໜ້າຂອງ ຫວຽດນາມ ແລະ ອາຊຽນ ທີ່ມີຕໍ່ G20 ແລະ ປະຊາຄົມສາກົນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ເປັນສະມາຊິກຕັ້ງໜ້າ, ເປັນເຈົ້າການ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນການແກ້ໄຂບັນດາບັນຫາລວມຂອງທົ່ວໂລກ.

        ຫົວຂໍ້ຂອງ G20 ປີ 2020 ແມ່ນ “ສ້າງກາລະໂອກາດໃນທົດສະວັດທີ 21 ເພື່ອປະຊາຊົນທຸກຄົນ ໃຫ້ປະກົດຜົນເປັນຈິງ”, ດ້ວຍ 3 ຈຸດໃຈກາງຕົ້ນຕໍແມ່ນ: ມອບສິດໃຫ້ປະຊາຊົນ; ຮັກສາໜ່ວຍໂລກ; ກຳນົດທິດບັນດາຂົງເຂດໃໝ່.

ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມໃນຕອນບ່າຍວັນທີ 19 ພະຈິກ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮຸ້ວ່າ: ທີ່ກອງປະຊຸມຄັ້ງນີ້ ການນຳບັນດາປະເທດ ຈະສຸມໃສ່ປຶກສາຫາລືກ່ຽວກັບການຮ່ວມມືໃນການຮັບມືກັບໂລກລະບາດໂຄວິດ 19, ການຄ້າ ການລົງທຶນ, ເສດຖະກິດດີຈີຕອນ ແລະ ການພັດທະນາແບບຍືນຍົງ. ແລະຄາດວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະກ່າວຄຳເຫັນໃນວາລະປຶກສາຫາລື ດ້ວຍບັນດາຫົວເລື່ອງ: ຜ່ານຜ່າໂລກລະບາດ, ຟື້ນຟູການເຕີບໂຕ ແລະວຽກເຮັດງານທຳ, ສ້າງອະນາຄົດໃຫ້ຍືນຍົງ, ກວມລວມ ແລະສາມາດຮັບມື.

ຕອບກັບ