ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນບັນດາພື້ນຖານໜັກແໜ້ນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ

Chia sẻ
(VOVWORLD) - ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້, ໜັງສືພິມ Times of India ຂອງ ອິນເດຍ ໄດ້ມີບົດສຳພາດທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່ຽວກັບການຊຸກຍູ້ການພົວພັນ ອາຊຽນ - ອິນເດຍ. 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນບັນດາພື້ນຖານໜັກແໜ້ນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສາທາລະນະລັດ ອິນເດຍ Narendra Modi, ຕອນເຊົ້າວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ, ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກຈາກຮ່າໂນ້ຍ ເດີນທາງໄປ ອິນເດຍ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ - ອິນເດຍ ແລະ ພິທີສະເຫຼີມສະຫຼອງສ້າງຕັ້ງສາທາລະນະລັດ ອິນເດຍຄົບຮອບ 69 ປີ, ແຕ່ວັນທີ  24 – 26 ມັງກອນ 2018. ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້, ໜັງສືພິມ Times of India ຂອງ ອິນເດຍ ໄດ້ມີບົດສຳພາດທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່ຽວກັບການຊຸກຍູ້ການພົວພັນ ອາຊຽນ - ອິນເດຍ. ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ອີງໃສ່ບັນດາຄຸນຄ່າຍາວນານທີ່ເຄີຍໄດ້ຮັບການສ້າງຕັ້ງຍ້ອນການກະທົບລະຫວ່າງພື້ນຖານວັດທະນະທຳ ແລະ ມູນເຊື້ອ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງນີ້ໄດ້ຮັບການຈັດຕັ້ງຢູ່ ນີວແດນລີ, ເປັນຂີດໝາຍປະຫວັດສາດທີ່ສະແດງໃຫ້ເຫັນການພົວພັນອັນດີງາມລະຫວ່າງ 2 ຝ່າຍ. ທ່ານນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ດ້ວຍພື້ນຖານອັນໜັກແໜ້ນ ແລະ ໃຫຍ່ຫຼວງນີ້, ການນຳ ອາຊຽນ ແລະ ອິນເດຍ ຈະຕ້ອງມານະພະຍາຍາມນຳການພົວພັນຄູ່ຮ່ວມມືຍຸດທະສາດຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ການເຊື່ອມຕໍ່ 2 ຝ່າຍຄວນໄດ້ຮັບຖືວ່າ ແມ່ນບຸລິມະສິດຍຸດທະສາດ. ທ່ານນາຍົກລັດຖະມົນຕີ ກໍ່ສະແດງຄວາມຫວັງກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານໃນຫຼາຍຂົງເຂດກັບ ອິນເດຍ ບົນພື້ນຖານສັນຕິພາບ, ສະຖຽນລະພາບ ແລະ ເຄົາລົບກົດໝາຍໃນພາກພື້ນ ແລະ ໃນມະຫາສະໝຸດອິນເດຍ ແລະ ປາຊີຟິກ.

        ກ່ຽວກັບການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ປີ 2017, ໄດ້ຮັບຮູ້ບາງບາດກ້າວໃໝ່ໃນວິວັດການສ້າງ COC, ເຊິ່ງລວມມີ ອາຊຽນ ແລະ ຈີນ ຮັບຮອງເອົາຮ່າງ COC ແລະ ຖະແຫຼງເລີ່ມດຳເນີນວິວັດທະນາການເຈລະຈາ COC ຢ່າງເປັນທາງການ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ເລື່ອງບັນລຸໄດ້ COC ມີລັກສະນະຜູກຮັດຖືກຕ້ອງຕາມກົດໝາຍຈະແມ່ນການປະກອບສ່ວນສຳຄັນໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນເວົ້າລວມ ແລະ ພິເສດແມ່ນຢູ່ທະເລຕາເວັນອອກ ເວົ້າສະເພາະ.

ຕອບກັບ