​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ສະເໜີໃຫ້ສູນກາງແນວລາວສ້າງຊາດ ສືບຕໍ່ສົມທົບກັບສູນກາງແນວໂຮມປະເທດຊາດ ຫວຽດນາມ ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງອົງການ ໄລຍະ 2022 – 2027 ຢ່າງ ມີປະສິດທິຜົນ.
​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ - ảnh 1ນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ ສິນລະວົງ ຄຸດໄພທູນ ປະທານ ສູນກາງແນວລາວສ້າງຊາດ 
(ພາບ: VGP)

ວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ສິນລະວົງ ຄຸດໄພທູນ ປະທານ ສູນກາງແນວລາວສ້າງຊາດ ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.  ທ່ານເນັ້ນໜັກເຖິງຄວາມສຳຄັນຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ບົດບາດຂອງອົງການແນວໂຮມຂອງແຕ່ລະປະເທດ, ເປັນຕົ້ນແມ່ນໃນສະພາບການປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ທ່ານສະເໜີໃຫ້ສູນກາງແນວລາວສ້າງຊາດ ສືບຕໍ່ສົມທົບກັບສູນກາງແນວໂຮມປະເທດຊາດ ຫວຽດນາມ ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງອົງການ ໄລຍະ 2022 – 2027 ຢ່າງມີປະສິດທິຜົນ ແລະ ຊຸກຍູ້ການພົວພັນແລກປ່ຽນປະຊາຊົນສອງປະເທດ, ເປັນຕົ້ນແມ່ນໄວໜຸ່ມ.

ສ່ວນທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບກ່ຽວກັບບັນດາການເຄື່ອນໄຫວ ແລະ ໝາກຜົນຂອງການຢ້ຽມຢາມ, ທ່ານໃຫ້ຮູ້ວ່າຈະຕັ້ງໜ້າຊຸກຍູ້ບັນດາໂຄງການ, ແຜນການຮ່ວມມືລະຫວ່າງສອງອົງການ ແລະ ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົຕີ ຟ້າມມິງຈິງໄດ້ໃຫ້ການຕ້ອນຮັບທ່ານ ເລຂາທິການໃຫຍ່ ອົງການສະມັດຕະພາບ ອາຊີ (APO) ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຕອບກັບ