ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມພິທີເປີດນຳໃຊ້ໂຄງການຍອຍ ກາມເລີມ-ວີ້ງຫາວ ແລະ ແລະ ທະລຸເສັ້ນທາງ ຢ້ຽນເຈົາ-ບ້າຍຫວອດ

Chia sẻ
(VOVWORLD) -ຕອນບ່າຍວັນທີ 28 ເມສານີ້, ຢູ່ແຂວງ ນິງທ້ວນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຂົ້າຮ່ວມ ພິທີເປີດນຳໃຊ້ໂຄງການໂຄງການຍອຍ ກາມເລີມ-ວີ້ງຫາວ ແລະ  ແລະ ທະລຸເສັ້ນທາງ ຢ້ຽນເຈົາ-ບ້າຍຫວອດ
ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມພິທີເປີດນຳໃຊ້ໂຄງການຍອຍ ກາມເລີມ-ວີ້ງຫາວ ແລະ  ແລະ ທະລຸເສັ້ນທາງ ຢ້ຽນເຈົາ-ບ້າຍຫວອດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງກ່າວຄຳເຫັນທີ່ພິທີ

     ໂຄງການຍອຍ ກາມເລີມ-ວີ້ງຫາວ ລວມຄວາມຍາວ 79 ກິໂລແມັດ, ເຊື່ອມຕໍ່ທາງດ່ວນຈາກ ນະຄອນ ໂຮ່ຈີມິນ ຫານະຄອນຍາຈາງ ແຂວງແຄ໋ງຮ່ວາ. ໂຄງການຍອຍ ທະລຸເສັ້ນທາງ ຢ້ຽນເຈົາ-ບ້າຍຫວອດ ລວມຄວາມຍາວເກືອບ 50 ກິໂລແມັດ, ຜ່ານສອງແຂວງ ເງ້ອານ ແລະ ຮ່າຕິງ.

     ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ການພັດທະນາລະບົບພື້ນຖານໂຄງລ່າງໃຫ້ຄົບຊຸດ ແລະ ທັນສະໄໝ ແມ່ນໜຶ່ງໃນສາມບາດກ້າວບຸກທະລຸຍຸດທະສາດ, ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະ ລັດ, ໃນນັ້ນ, ລະບົບທາງດ່ວນມີບົດບາດສຳຄັນທີ່ສຸດ, ໂດຍສະເພາະແມ່ນການເຊື່ອມຈອດ ແລະ ຍົກສູງຄວາມສາມາດດ້ານຂົນສົ່ງເພື່ອຮັບໃຊ້ການຜະລິດ, ດຳເນີນທຸລະກິດ ແລະ ປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ດຶງດູດການລົງທຶນ, ເປີດກ້ວາງຂອບເຂດ ພັດທະນາເສດຖະກິດສັງຄົມ.

ຕອບກັບ