ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ 4 ປະ​ເທດ

Chia sẻ
(VOVWORLD) -ຍີ່ປຸ່ນ ໄດ້ເຜີຍໃຫ້ຮູ້ວ່າ ພວມກະກຽມໃຫ້ທ່ານນາຍົກລັດຖະມົນຕີ Kishida Fumio ໄປຢ້ຽມຢາມ ອົດສະຕາລີ ໃນທ້າຍເດືອນພຶດສະພາ ນີ້ ເພື່ອໂອ້ລົມເຈລະຈາກັບການນຳບັນດາປະເທດ ອາເມລິກາ, ອົດສະຕາລີ ແລະ ອິນເດຍ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ 4 ປະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ Kishida Fumio  (ພາບ: Kyodo/TTXVN)

ຕາມແຫຼ່ງຂ່າວຈາກລັດຖະບານ ຍີ່ປຸ່ນ ໄດ້ເຜີຍໃຫ້ຮູ້ວ່າ ພວມກະກຽມໃຫ້ທ່ານນາຍົກລັດຖະມົນຕີ Kishida Fumio ໄປຢ້ຽມຢາມ ອົດສະຕາລີ ໃນທ້າຍເດືອນພຶດສະພາ ນີ້ ເພື່ອໂອ້ລົມເຈລະຈາກັບການນຳບັນດາປະເທດ ອາເມລິກາ, ອົດສະຕາລີ ແລະ ອິນເດຍ.

ກອງປະຊຸມຄັ້ງນີ້ ຄາດວ່າຈະໄດ້ດຳເນີນພາຍຫຼັງກອງປະຊຸມສຸດຍອດຄັ້ງທີ 49 ຂອງ G7, ຢູ່ນະຄອນ Hiroshima ແຕ່ວັນທີ 19 ພຶດສະພາ - 21 ພຶດສະພາ, ເຊິ່ງຈະແມ່ນກອງປະຊຸມສຸດຍອດຂອງກຸ່ມ 4 ປະເທດ (Quad) ຮອບທຳອິດນັບແຕ່ເດືອນພຶດສະພາ ປີ 2022. ຄາດວ່າ ການນຳ 4 ປະເທດ ຈະປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ ແລະ ພາກພື້ນ ອາຊີຕາເວັນອອກ ໂດຍອີງໃສ່ໝາກຜົນຂອງກອງປະຊຸມສຸດຍອດ G7. ບັນຫາກ່ຽວກັບການຮ່ວມມືດ້ານເສດຖະກິດ, ຄວາມໝັ້ນຄົງ ແລະ ການປ່ຽນແປງຂອງດິນຟ້າອາກາດ ແມ່ນອາດຈະນຳມາປຶກສາຫາລື, ໂດຍສະເພາະແມ່ນກ່ຽວກັບການຮ່ວມມື ເພື່ອປະຕິບັດວິໄສທັດ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ ໃຫ້ປະກົດຜົນເປັນຈິງ.


ຕອບກັບ