ນັກ​ຮຽນ​ຮ​ູ້​ອິນ​ໂດ​ເນ​ເຊຍ​ເນັ້ນ​ໜັກ​ເຖິງສິ່ງບຸ​ລິ​ມະ​ສິດ RCEP

Chia sẻ
(VOVWORLD) -ນັກຮຽນຮູ້ ອິນໂດເນເຊຍໄດ້ຢຶນຢັນວ່າ ຊຸກຍູ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຢູ່ພາກພື້ນ (RCEP) ແມ່ນບັນຫາທຳອິດເຊິ່ງ ຫວຽດນາມຕ້ອງສຸມໃສ່ບຸລິມະສິດໃນປີ ເປັນປະທານອາຊຽນ 2020. 
ນັກ​ຮຽນ​ຮ​ູ້​ອິນ​ໂດ​ເນ​ເຊຍ​ເນັ້ນ​ໜັກ​ເຖິງສິ່ງບຸ​ລິ​ມະ​ສິດ RCEP - ảnh 1

ກອງປະຊຸມສຸດຍອດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ພາກພືື້ນ (RCEP) ຄັ້ງທີ 3 ຢູ່ ປະເທດໄທ

(ພາບ: TTXVN)

ທ່ານ Ahmad Ibrahim Almutaqqi ຜູ້ອຳນວຍການໂຄງການຄົ້ນຄ້ວາ ອາຊຽນຂຶ້ນກັບສູນ Habibie ຂອງ ອິນໂດເນເຊຍ, ຖືວ່າ ຍີ່ປຸ່ນຫາກໍ່ຖະແຫຼງວ່າຈະບໍ່ເຂົ້າຮ່ວມ RCEP ຖ້າຫາກວ່າ ອິນເດຍບໍ່ເຂົ້າຮ່ວມ. ເພາະສະນັ້ນ, ມັນຈະແມ່ນສິ່ງທ້າທາຍອັນໃຫຍ່ຫຼວງສຳລັບຫວຽດນາມ ໃນຄວາມມານະພະຍາຍາມ ເກ້ຍກອມ ອິນເດຍ ແລະ ຍີ່ປຸ່ນສະໜິດຕິດພັນກັບສັນຍານີ້. ທ່ານ Ahmad Ibrahim Almutaqqi ສະແດງຄວາມເຊື່ອໝັ້ນຕໍ່ກຳລັງຄວາມສາມາດ, ຄວາມ ຄ່ອງແຄ້ວ ແລະ ໄຫວພິບຂອງ ຫວຽດນາມໃນຂົງເຂດທູດດ້ານເສດຖະກິດ, ຍົກສູງກຳລັງຄວາມສາມາດຂອງ ຫວຽດນາມໃນການເຈລະຈາ ແລະ ລົງນາມບັນດາສົນທິສັນຍາການຄ້າເສລີ (FTA).

ຕອບກັບ