ນັກຮຽນຮູ້ສາກົນຄັດຄ້ານ ຈີນ ລະເມີດເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ

Chia sẻ
(VOVWORLD) - ກອງປະຊຸມສຳມະນາທະເລຕາເວັນອອກຄັ້ງທີ 9 ໄດ້ດຳເນີນໃນວັນທີ 24 ກໍລະກົດ ຢູ່ ວໍຊິງຕັນ, ປະເທດ ອາເມລິກາ ໂດຍໂຄງການອາຊີຕາເວັນອອກສ່ຽງໃຕ້ ແລະ ຂໍ້ລິເລີ່ມກະຈ່າງແຈ້ງໃນການເດີນທະເລ ອາຊີ (AMTI) ສັງກັດສະຖາບັນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ຈັດຕັ້ງ.
ນັກຮຽນຮູ້ສາກົນຄັດຄ້ານ ຈີນ ລະເມີດເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ - ảnh 1 ກອງປະຊຸມສຳມະນາທະເລຕາເວັນອອກຄັ້ງທີ 9 ໄດ້ດຳເນີນໃນວັນທີ 24 ກໍລະກົດ ຢູ່ ວໍຊິງຕັນ, ປະເທດ ອາເມລິກາ

ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກຮຽນຮູ້ແຖວໜ້າຫລາຍທ່ານຂອງບັນດາສະຖາບັນຄົ້ນຄວ້າໃຫຍ່ຂອງ ອາເມລິກາ, ອິນໂດເນເຊຍ, ໄທ, ຟີລິບປິນ, ນອກແວ, ອົດສະຕາລີ, ຈີນ, ມາເລເຊຍ ແລະ ຫວຽດນາມ. ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື 3 ເນື້ອໃນຕົ້ນຕໍ ເຊິ່ງລວມມີສະພາບການໃນປັດຈຸບັນຢູ່ທະເລຕາເວັນອອກ, ປະຫວັດສາດຂອງບັນດາຖະແຫຼງການກ່ຽວກັບອຳນາດອະທິປະໄຕຢູ່ທະເລຕາເວັນອອກ ແລະ ວິທີຄວບຄຸມການຂັດແຍ້ງກັນຢູ່ທະເລຕາເວັນອອກ. ຕາມນັກຊ່ຽວຊານຄົ້ນຄວ້າຫລາຍທ່ານແລ້ວ, ບັນດາການເຄື່ອນໄຫວສຳຫລວດທໍລະນີສາດຂອງ ຈີນ ໄດ້ລະເມີດເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ ຢູ່ຫາດດອນ ຕືຈິ໊ງ. ທ່ານ Bill Hayton, ນັກຊ່ຽວຊານແຖວໜ້າກ່ຽວກັບທະເລຕາເວັນອອກຂອງສະຖາບັນຄົ້ນຄວ້າສາກົນ ລາດຊະວົງ ອັງກິດ ໃຫ້ຮູ້ວ່າ:

        “ເປັນທີ່ຈະແຈ້ງແລ້ວວ່າ ນີ້ແມ່ນການລະເມີດເຂດເສດຖະກິດຈຳເພາະຂອງ ຫວຽດນາມ. ຕາມສົນທິສັນຍາກົດໝາຍວ່າດ້ວຍທະເລ, ຂ້າພະເຈົ້າບໍ່ເຫັນໄດ້ວ່າ ຕ້ອງມີສິ່ງໃດ ມາພິສູດໃຫ້ແກ່ບັນດາການເຄື່ອນໄຫວໃນປັດຈຸບັນຂອງ ຈີນ. ບັນຫາດຽວນີ້ແມ່ນ ຫວຽດນາມ ປະຕິກິລິຍາຄືແນວໃດ. ຫວຽດນາມ ມີຄົນທຸກສິດເພື່ອປົກປ້ອງເຂດເສດຖະກິດຈຳເພາະຂອງຕົນ. ຕາມສົນທິສັນຍາກົດໝາຍວ່າດ້ວຍທະເລ ແລະ ຄຳຕັດສິນຂອງສານປະຈຳໃນປີ 2016 ແລ້ວ ນີ້ແມ່ນເຂດທະເລຂຶ້ນກັບອະທິປະໄຕຂອງ ຫວຽດນາມ.

        ກໍ່ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ວັນທີ 25 ກໍລະກົດ, ທ່ານ Mike Gallagher ສະມາຊິກສະພາຕ່ຳພັກສາທາລະນະ ອາເມລິກາ ໄດ້ຂຽນລົງໃນສື່ສັງຄົມ Twitter ຂອງຕົນວ່າ ບັນດາການເຄື່ອນໄຫວທີ່ກໍ່ການທະເລາະວິວາດເພີ່ມຂຶ້ນຂອງ ຈີນ ຢູ່ທະເລຕາເວັນອອກ ແມ່ນບໍ່ສາມາດຍອມຮັບໄດ້. ທ່ານ Gallagher ກໍ່ຮຽກຮ້ອງໃຫ້ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາຮ່າງກົດໝາຍສະບັບໜຶ່ງ ໂດຍທ່ານ ແລະ ທ່ານສະມາຊິກສະພາຕ່ຳ Jimmy Panetta ຮຽບຮຽງ ເພື່ອແນໃສ່ໝູນໃຊ້ບັນດາມາດຕະການລົງໂທດຕໍ່ເລື່ອງ ຈີນ ຫັນເປັນການທະຫານ ແລະ ບູລະນະຖົມດິນຢູ່ພາກພື້ນ.

ຕອບກັບ