ນັກ​ລົງ​ທຶນ​ຕ່າງ​ປະ​ເທດຕີ​ລາ​ຄາ ຫວຽດ​ນາມ​ ແມ່ນສະ​ຖານ​ທີ່​ລົງ​ທຶນ​ທີ່​ດູດ​ດື່ມ ເພື່ອ​ລົງ​ທຶນ​ຍາວ​ນານ

Chia sẻ
(VOVWORLD) -ມີ 45% ນັກລົງທຶນ ແລະ ນັກທຸລະກິດເອີຣົບຢູ່ ຫວຽດນາມ ໄດ້ສຳຫຼວດ ແລະ ຕີລາຄາວ່າ ມີຄວາມເພິ່ງພໍໃຈທີ່ສຸດຕໍ່ຄວາມມານະພະຍາຍາມດຶງດູດ ແລະ ຮັກສາເງິນລົງທຶນຕ່າງປະເທດ (FDI) ຂອງ ຫວຽດນາມ.
ນັກ​ລົງ​ທຶນ​ຕ່າງ​ປະ​ເທດຕີ​ລາ​ຄາ ຫວຽດ​ນາມ​ ແມ່ນສະ​ຖານ​ທີ່​ລົງ​ທຶນ​ທີ່​ດູດ​ດື່ມ ເພື່ອ​ລົງ​ທຶນ​ຍາວ​ນານ - ảnh 1(ພາບປະກອບ: TTXVN)

ບົດລາຍງານຫວ່າງມໍ່ໆມານີ້ຂອງສະຫະສະມາຄົມວິສາຫະກິດເອີຣົບ ປະຈຳ ຫວຽດນາມ (EuroCham) ໃຫ້ຮູ້ວ່າ ມີ 45% ນັກລົງທຶນ ແລະ ນັກທຸລະກິດເອີຣົບຢູ່ ຫວຽດນາມ ໄດ້ສຳຫຼວດ ແລະ ຕີລາຄາວ່າ ມີຄວາມເພິ່ງພໍໃຈທີ່ສຸດຕໍ່ຄວາມມານະພະຍາຍາມດຶງດູດ ແລະ ຮັກສາເງິນລົງທຶນຕ່າງປະເທດ (FDI) ຂອງ ຫວຽດນາມ. ພິເສດ, ໃນນັ້ນມີ 76% ຫວັງວ່າ ຈະເພີ່ມຈຳນວນເງິນລົງທຶນຕ່າງປະເທດ (FDI) ເຂົ້າ ຫວຽດນາມ ກ່ອນທີ່ສິ້ນສຸດໄຕມາດທີ III. ທ່ານ Marko Walde - ຫົວໜ້າຄະນະຜູ້ຕາງໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເຢຍລະມັນ ຢູ່ ຫວຽດນາມ ຖືວ່າ:

“ມີວິສາຫະກິດ ເຢຍລະມັນ ຫຼາຍແຫ່ງໄດ້ເປີດກວ້າງການລົງທຶນຢູ່ ອາຊີ. ບໍລິສັດຈຳນວນຫຼາຍພວມຊອກຫາກາລະໂອກາດລົງທຶນຢູ່ຕະຫຼາດອື່ນໃນ ອາຊີ ແລະ ຫວຽດນາມ ແມ່ນສະຖານທີ່ລໄງທືນທີ່ດູດດື່ມເພື່ອຜັນຂະຫຍາຍບັນດາໂຄງການລົງທຶນໄລຍະຍາວ”.

ຕາມການຕີລາຄາຂອງທະນາຄານລົງທຶນ Maybank ແລ້ວ, ການເຕີບໂຕຂອງກະແສເງິນລົງທຶນ FDI ເຂົ້າ ຫວຽດນາມ ສູງກວ່າບັນດາປະເທດສ່ວນຫຼາຍໃນ ອາຊີຕາເວັນອອກສ່ຽງໃຕ້. ທ່ານ Brian Lee Shun Rong, ນັກຄົ້ນຄວ້າເສດຖະກິດຂອງທະນາຄານລົງທຶນ Maybank ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ຫັນເປັນປະເທດເຕັກໂນໂລຢີຢ່າງວ່ອງໄວ ແລະ ກາຍເປັນ “ດວງດາວທີ່ພວມຮຸ່ງຂຶ້ນໃນລະບົບສະໜອງທົ່ວໂລກ”. ຫວຽດນາມ ມີສະພາບແວດລ້ອມດຳເນີນທຸລະກິດທີ່ສະດວກ, ການເມືອງມີສະຖຽນລະພາບ, ຮັບປະກັນຄວາມສະເໝີຕົ້ນສະເໝີປາຍໃນນະໂຍບາຍພັດທະນາເສດຖະກິດ ແລະ ຄວາມມານະພະຍາຍາມຊຸກຍູ້ການຫັນການຄ້າເປັນເສລີ.

ເລເຟືອງ.


ຕອບກັບ